ທ່ານ​ນາງ​ ຫງວຽນທິກິມ​ເງິນ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານ​ ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ

(VOVWORLD) -ສະພາແຫ່ງຊາດຫວຽດນາມຊຸດທີ 14 ໄດ້ລົງຄະແນນສຽງຮັບຮອງເອົາມະຕິວ່າດ້ວຍການແຕ່ງຕັ້ງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເປັນປະທານສະພາເລືອກຕັ້ງແຫ່ງຊາດ.
ທ່ານ​ນາງ​ ຫງວຽນທິກິມ​ເງິນ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານ​ ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ - ảnh 1ການນຳພັກ, ລັດ ຫວຽດນາມ ເຂົ້າຮ່ວມການປ່ອນບັດ (ພາບ: TTXVN)

ໃນວາລະປະຊຸມທີ່ດໍາເນີນໃນຕອນເຊົ້າວັນທີ  11 ມິຖຸນາ, ບັນດາສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມຊຸດທີ 14 ໄດ້ລົງຄະແນນສຽງຮັບຮອງເອົາມະຕິວ່າດ້ວຍການແຕ່ງຕັ້ງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເປັນປະທານສະພາເລືອກຕັ້ງແຫ່ງຊາດ.

        ແລະກໍໃນຕອນເຊົ້າຂອງວັນດຽວກັນ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິວ່າດ້ວຍການໃຫ້ສັດຕະຍາບັນກ່ຽວກັບເລື່ອງລາອອກຈາກຕໍາແໜ່່ງຮອງນາຍົກລັດຖະມົນຕີ ຂອງທ່ານເວືອງດິ່ງເຫວ້ ເພື່ອປະຕິບັດໜ້າທີ່ເປັນເລຂາຄະນະພັກນະຄອນຮ່າໂນ້ຍ; ມະຕິວ່າດ້ວຍການລາອອກຈາກຕໍາແໜ່່ງ ກໍາມະການຄະນະປະຈໍາສະພາແຫ່ງຊາດຊຸດທີ 14 ສໍາລັບທ່ານນາງ ຫງວຽນແທັງຫ໋າຍ.  ມະຕິສອງສະບັບດັ່ງກ່າວ ມີຜົນບັງຄັບໃຊ້ນັບແຕ່ວັນທີ 11 ມິຖຸນາ 2020 ເປັນຕົ້ນໄປ.


ຕອບກັບ

ຂ່າວ/ບົດ​ອື່ນ