ທ່ານນາງ ຮອງປະທານປະເທດ ຫງວຽນທິຢວານ ຕ້ອນຮັບປະທານອົງການໝູ່ບ້ານເດັກ SOS ສາກົນ

ໃນ​ການ​ຕ້ອນຮັບ​ທ່ານ Helmut Kutin, ປະທານອົງການໝູ່​ບ້ານ​ເດັກ SOS ສາກົນ, ຕອນ​ບ່າຍ​ວັນ​ທີ 3 ມັງກອນ ຢູ່ ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ອົງການໝູ່​ບ້ານ​ເດັກ SOS ສາກົນ ​ແລະ ຈິດ​ໃຈ​ເປັນ​ພິ​ເສດ​ຂອງ​ທ່າ​ນປະທານ Helmut Kutin ທີ່​ມີ​ຕໍ່ ຫວຽດນາມ ​ໃນ​ໄລຍະກວ່າ 24 ປີ່​ທີ່​ຜ່ານ​ມາ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ເນັ້ນ​ໜັກ​ວ່າ ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ແລະ ​ຮ່ວມ​ມື​ກັບ​ບັນດາ​ອົງການ​ສາກົນ​ຢ່າງ​ແໜ້ນ​ແຟ້ນ ​ໃນ​ນັ້ນ​ມີ​ອົງການໝູ່​ບ້ານ​ເດັກ SOS ສາກົນ ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ນີ້. ທ່ານ​ປະທານອົງການໝູ່​ບ້ານ​ເດັກ SOS ສາກົນ  Helmut Kutin ຍັງ​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​​ເຫັນ​ວ່າ​ການ​ຮ່ວມ​ມື​ລະຫວ່າງ​ອົງການໝູ່ບ້ານ​ເດັກ SOS ສາກົນ ກັບ​ລັດຖະບານ ຫວຽດນາມ ​ໃນ​ໄລຍະ​ທີ່​ຜ່ານ​ມາ​​ເຊິ່ງ​​ໄດ້​ບັນລຸ​ປະ​ສິ​ດທິຜົນໄດ້​ຊ່ວຍ​ເຫຼືອ​ເດັກນ້ອຍ​ດ້ອຍ​​ໂອກາດ​ຫຼາຍໆ​ຄົນໃນ​ທົ່ວ​ປະ​ເທດ​. ທ່ານ​ໄດ້​ຢືນຢັນ​ວ່າ ໝູ່ບ້ານ​ເດັກ SOS ສາກົນ ຈະ​ສືບ​ຕໍ່​ຮ່ວມ​ມື ​ແລະ ຊ່ວຍ​ເຫຼືອ ຫວຽດນາມ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ .
ຂ່າວ/ບົດ​ອື່ນ