ທ່ານນາງ ຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ຕອ້ນຮັບ ຜູ້ອຳນວຍການໃຫ່ຍ ບໍລິຫານກຸ່ມບໍລິສັດ Mainstream Renewable (ອຽກລັງ)

(VOVWORLD) -     ຕອນບ່າຍວັນທີ 20 ພະຈິກ, ທີ່ສຳນັກງານປະທານປະເທດ, ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດຫວຽດນາມໄດ້ໃຫ້ການຕ້ອນຮັບທ່ານ Andy Kinsella, ຜູ້ອຳນວຍການໃຫ່ຍ ຝ່າຍບໍລິຫານກຸ່ມບໍລິສັດ Mainstream Renewable ປະເທດອຽກລັງ. 
ທ່ານນາງ ຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ຕອ້ນຮັບ ຜູ້ອຳນວຍການໃຫ່ຍ ບໍລິຫານກຸ່ມບໍລິສັດ Mainstream Renewable (ອຽກລັງ) - ảnh 1 ທ່ານ Andy Kinsella, ຜູ້ອຳນວຍການໃຫ່ຍ ຝ່າຍບໍລິຫານກຸ່ມບໍລິສັດ Mainstream Renewable ປະເທດອຽກລັງ (ພາບ: TTXVN)

ທ່ານນາງຮອງປະທານປະເທດຫວຽດນາມເນັ້ນໜັກວ່າ: ພະລັງງານໄຟຟ້າ ແມ່ນໜຶ່ງໃນບັນດາຄວາມຕ້ອງການອັນຮີບດວ່ນໃນການກຳນົດທິດພັດທະນາແບບຍືນຍົງຂອງຫວຽດນາມ; ພ້ອມດຽວກັນນັ້ນ, ທ່ານນາງໄດ້ຕີລາຄາສູງຕໍ່ຄວາມເປັນໄປໄດ້ຂອງໂຄງການພະລັງງານໃຊ້ໄຟຟ້າແຮງລົມທີ່ກຸ່ມບໍລິສັດ Mainstream Renewable ພວມຂຶ້ນແຜນຜັນຂະຫຍາຍ. ທ່ານນາງຮອງປະທານປະເທດຫວຽດນາມມີຄວາມປາດຖະໜາຢາກໃຫ້ໂຄງການດັ່ງກ່າວ ໄດ້ນຳເຂົ້າເຄື່ອນໄຫວໂດຍໄວ ແລະ ອວຍພອນໃຫ້ໂຄງການປະສົບຜົນເລັດ, ເຊິ່ງຈະເປັນຂົວຕໍ່ໃຫ້ກຸ່ມບໍລິສັດ Mainstream Renewable ໄດ້ໂຄສະນາຢ່າງຕັ້ງໜ້າກ່ຽວກັບສິ່ງແວດລ້ອມແຫ່ງການລົງທຶນຢູ່ຫວຽດນາມ.

        ກຸ່ມບໍລິສັດMainstream Renewableແລະກຸ່ມບໍລິສັດຝູເກື່ອງຂອງຫວຽດນາມໄດ້ລົງນາມຂໍ້ຕົກລົງການຮ່ວມມີມູນຄ່າ 2 ຕື້ໂດລາສະຫະລັດໂດຍແນໃສ່ການພັດທະນາ, ກໍ່ສ້າງແລະການເຄື່ອນໄຫວໂຮງງານຜະລິດພະລັງງານໃຊ້ໄຟຟ້າແຮງລົມ ຝູເກື່ອງ (ກຳລັງແຮງ 800 MW) ຢູ່ ແຂວງ ຊອັກຈັງ. ທ່ານ Andy Kinsella, ຜູ້ອຳນວຍການໃຫ່ຍ ຝ່າຍບໍລິຫານກຸ່ມບໍລິສັດ Mainstream Renewable, ຫວັງວ່າໂຄງການດັ່ງກ່າວຈະໄດ້ນຳເຂົ້າສູ່ການຜັນຂະຫຍາຍໂດຍໄວເພື່ອປະກອບສ່ວນສະໜອງແຫຼ່ງພະລັງງານສະອາດດ້ວຍລາຍຈ່າຍທີ່ເໝາະສົມ ແລະ ມີຂະໜາດໃຫ່ຍ ໃຫ້ແກ່ຫວຽດນາມ; ຕີລາຄາສູງຕໍ່ຄວາມສາມາດບົ່ມຊ້ອນໃນການພັດທະນາພະລັງງານໄຟຟ້າໃຊ້ແຮງລົມຂອງຫວຽດນາມ ແລະ ຢັ້ງຢືນວ່າພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມຂຸດຄົ້ນທ່າແຮງບົ່ມຊ້ອນດັ່ງກ່າວ./.

                

ຕອບກັບ

ຂ່າວ/ບົດ​ອື່ນ