ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ຕ້ອນຮັບຄະນະຜູ້ແທນສະຫະພັນແມ່ຍິງ ກູບາ

(VOVWORLD) - ຊົມເຊີຍຄະນະຜູ້ແທນສະຫະພັນແມ່ຍິງ ກູບາ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາງ ເຈືອງທິມາຍ ຕີລາຄາສູງການຢ້ຽມຢາມ, ເຮັດວຽກຂອງຄະນະຄັ້ງນີ້ ກໍ່ຄືການພົວພັນມິດຕະພາບ
ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ຕ້ອນຮັບຄະນະຜູ້ແທນສະຫະພັນແມ່ຍິງ ກູບາ - ảnh 1 ການເຮັດວຽກລະຫວ່າງ 2 ຝ່າຍ

ຕອນເຊົ້າວັນທີ 1 ພະຈິກ, ທີ່ສຳນັກງານສູນກາງພັກ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ກູບາ, ຕ້ອນຮັບຄະນະຜູ້ແທນສະຫະພັນແມ່ຍິງ ກູບາ ໂດຍທ່ານນາງ Teresa Maria, ເລຂາທິການໃຫຍ່ສະຫະພັນແມ່ຍິງ ກູບາ ນຳໜ້າ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ຊົມເຊີຍຄະນະຜູ້ແທນສະຫະພັນແມ່ຍິງ ກູບາ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາງ ເຈືອງທິມາຍ ຕີລາຄາສູງການຢ້ຽມຢາມ, ເຮັດວຽກຂອງຄະນະຄັ້ງນີ້ ກໍ່ຄືການພົວພັນມິດຕະພາບ, ການຮ່ວມມືນັບມື້ນັບແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງສະຫະພັນ ແມ່ຍິງ ສອງປະເທດໃນໄລຍະຜ່ານມາ. ແລະ ເນັ້ນໜັກວ່າ ການພົວພັນສາມັກຄີ, ມິດຕະພາບ, ສັດຊື່ບໍລິສຸດຜຸດຜ່ອງລະຫວ່າງ 2 ປະເທດ, ປະທານສະມາຄົມມິດຕະພາບ ຫວຽດນາມ - ກູບາ ຖືວ່າ ນີ້ແມ່ນຊັບສົມບັດອັນລ້ຳຄ່າຂອງສອງພັກ, ສອງລັດ, ຄວນສືບຕໍ່ໄດ້ຮັບການຮັກສາ ແລະ ສືບທອດໃຫ້ລຸ້ນໜຸ່ມ.

        ສ່ວນທ່ານ Teresa Maria, ເລຂາທິການໃຫຍ່ສະຫະພັນແມ່ຍິງ ກູບາ ຢັ້ງຢືນວ່າສະຫະພັນແມ່ຍິງ ກູບາ ຈະສົມທົບຢ່າງແໜ້ນແຟ້ນກັບສະຫະພັນແມ່ຍິງ ຫວຽດນາມ ໃນການຜັນຂະຫຍາຍການປະຕິບັດຂໍ້ຕົກລົງທຸກຂັ້ນ, ປະກອບສ່ວນເຂົ້າໃນການປັບປຸງ, ເພີ່ມທະວີການພົວພັນສາມັກຄີແບບພິເສດ ຫວຽດນາມ - ກູບາ.

ຕອບກັບ

ຂ່າວ/ບົດ​ອື່ນ