ທ່ານນາງAngelaMerkelນາຍົກລັດຖະມົນຕີເຢຍລະມັນຢືນຢັນຈະອອກສະໝັກຮັບເລືອກຕັ້ງອາຍຸການຄັ້ງທີ4

ທ່ານນາງAngelaMerkelນາຍົກລັດຖະມົນຕີເຢຍລະມັນຢືນຢັນຈະອອກສະໝັກຮັບເລືອກຕັ້ງອາຍຸການຄັ້ງທີ4 - ảnh 1
ທ່ານ​ ນາງ Angela Merkel ນາ​ຍົກ​ລັດ​ຖະ​ມົນ​ຕີເຢຍ​ລະ​ມັນ
(ພາບ: AP)

(vovworld)- ​ ວັນ​ທີ 20/11, ທ່ານ​ ນາງ Angela Merkel ນາ​ຍົກ​ລັດ​ຖະ​ມົນ​ຕີເຢຍ​ລະ​ມັນ ໄດ້ແຈ້ງຕໍ່​ພັກສະ​ຫະ​ພາບ​ປະ​ຊາ​ທິ​ປະ​ໄຕ​ຄິດ​ສະ​ຕຽນ (CDU) ຂອງ ທ່ານ ນາງ ​ຊາບວ່າ:  ທ່ານ ນາງ ຢາກ​ອອກ​​ສະ​ໝັກຮັບ​ເລືອກ​ຕັ້ງ​ໃນ​ອາ​ຍຸ​ການ ຄັ້ງ​ທີ 4 ໃນ​ການ​ເລືອກ​ຕັ້ງ​ ​​ເຊິ່ງຄາດ​ຄະ​ເນວ່າຈະ​ດຳ​ເນີນ ໃນ​ປີ 2017. ຖະ​ແຫຼງ​ການ​ດັ່ງ​ກ່າວ ຂອງ ທ່ານ ນາງ Angala Merkel ຖືກ​ຍົກ​ອອກ​ ພາຍຫຼັງ ​ປະ​ກົດ​​ມີ​ຫາງ​ສຽງ​ ຄາດຄະ​ເນ ທ່ານ ນາງ Angela Merkel ຈະ​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີອາ​ຍຸ​ການ ທີ່ 4 ໃນ​ການ​ເລືອກ​ຕັ້ງ​ ເຊິ່ງຄາດ​​ຄະ​ເນ​ວ່າຈະ​ດຳ​ເນີນໃນ​ເດືອນ 9 ຫຼື​ ເດືອນ 10 ປີ 2017.

ທ່ານ ນາງ Angela Merkel, ອາ​ຍຸ 62 ປີ, ​ດຳ​ລົງ​ຕຳ​ແໜ່ງ​​ເປັນນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ ແຕ່​ປີ 2005. ຖ້າ​ຫາກ​​ມີ​ອາ​ຍຸ​ການ​ຕື່ມ​ອີກ 4 ປີ​ ທ່ານ ນາງ​ ຈະດຳ​ລົງ​ຕຳ​ແໜ່ງ​ເປັນນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ ​ໃນ​ໄລ​ຍະ (16ປີ) ​ເທົ່າ​ກັບ​ລະ​ດັບສະ​ຖິ​ຕິ ທີ່​ຖືກ​ສ້າງ​ກ່ອນໜ້ານັ້ນ ​​ຂອງ​​ ທ່ານ ອະ​ດິດ​ນາ​ຍົກ​ລັດ​ຖະ​ມົນ​ຕີ Helmut Kohl.

ຂ່າວ/ບົດ​ອື່ນ