ທ່ານນາງClintonໄດ້ຮັບສະໜັບສະໜູນຫຼາຍກວ່າເສດຖີເງິນຕື້Trump

ທ່ານນາງClintonໄດ້ຮັບສະໜັບສະໜູນຫຼາຍກວ່າເສດຖີເງິນຕື້Trump - ảnh 1
ເສດຖີ​ເງິນ​ຕື້ທ່ານ Donald Trump ຂອງ​ພັກສາ​ທາ​ລະນະ
(ພາບ: Reuters)

(vovworld) - ​ໃນສະພາບ​ທີ່ການ​ເລືອກ​ຕັ້ງ​ໃນ​ເບື້ອງ​ຕົ້ນ​ລະຫວ່າງ​ສອງ​ພັກ ປະຊາທິປະ​ໄຕ ​ແລະ ສາທາລະນະດຳ​ເນີນ​ໄປ​​ສຳ​ເລັດ​ແລ້ວ 2/3 ນັ້ນ, ຜົນ​ແຫ່ງ​ການ​ຢັ່ງ​ຫາງ​ສຽງ​ທີ່​ປະກາດ​ໃນ​ວັນ​ທີ 6/5 ​ໃຫ້​ຮູ້​ວ່າ, ອະດີດ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ທ່ານ​ນາງ Clinton ຂອງ​ພັກ​ປະຊາທິປະ​ໄຕ​ພວມ​ຍາດ​ໄດ້​ທ່າ​ດີ​ເມື່ອ​ທຽບ​ໃສ່​ເສດຖີ​ເງິນ​ຕື້ Donald Trump ຂອງ​ພັກສາ​ທາ​ລະນະ ​ໃນ​ການ​ຊ່ວງ​ເສັງ​ເຂົ້າ​ທຳນຽບຂາວ ​ເມື່ອ​ຕົ້ນ​ເດືອນ 11 ຈະ​ມາ​ເຖິງ. ຜົນ​ແຫ່ງ​ການ​ຢັ່ງ​ຫາງ​ສຽງຂອງ​ເວັບ​ໄຊຄາດ​ຄະ​ເນດ້ານການ​ເມືອງທີ່​ມີ​ອິດ​ທິພົນ​ຊື່​ສຽງ “PredictIt“ ​ໃຫ້​ເຫັນ​ວ່າ, ມີ​ເຖິງ 61% ຈຳນວນ​ຜູ້​ຖືກ​ຖາມ​ເວົ້າ​ວ່າ, ​ເຂົາ​ເຈົ້າ​ສະໜັບສະໜູນ​ທ່ານ​ນາງ Clinton, ​ໃນ​ຂະນະ​ນັ້ນ​ມີ​ພຽງ 39% ຈຳນວນ​ຜູ້​ຖືກ​ຖາມມີ​ຄວາມ​ເຊື່ອ​ໝັ້ນ​ວ່າ​ເສດຖີ​ເງິນ​ຕື້ Donald Trump ຈະ​ກາຍ​ເປັນ​ເຈົ້າ​ຂອງ​ຄົນ​ໃໝ່​ຂອງ​ທຳນຽບຂາວ. ເຖິງ​ຢ່າງ​ໃດ​ກໍ່ຕາມ, “PredictIt“ ກໍ່​ໃຫ້​ຮູ້​ວ່າ, ຊ່ອງ​ຫວ່າງ​ລະຫວ່າງ​ທ່ານ Donald Trump ​ກັບ​ທ່ານ​ນາງ Clinton ນັບ​ມື້​ນັບ​ຫຼຸດ​ລົງ, ຈາກ 31% ຂອງ​ອາທິດ​ກ່ອນ​ລົງ​ເຫຼືອ​ພຽງ 21%​ ໃນ​ອາທິດ​ນີ້, ​ເມື່ອ​ທ່ານ​ຍາດ​ໄດ້​ໄຊຊະນະ​ຂາດ​ຂັ້ນ​ໃນ​ການ​ເລືອກ​ຕັ້ງ​ເບື້ອງ​ຕົ້ນ​ຢູ່​ລັດ Indiana ​ໃນ​ວັນ​ທີ 3/5.

ຂ່າວ/ບົດ​ອື່ນ