ທ່ານນາງTheresaMayຈະກາຍເປັນນາຍົກລັດຖະມົນຕີອັງກິດ

ທ່ານນາງTheresaMayຈະກາຍເປັນນາຍົກລັດຖະມົນຕີອັງກິດ - ảnh 1
ທ່ານນາງ Theresa May
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) –  ວັນ​ທີ 11/7, ພັກ​ນິຍົມ​ຮັກສາ​​ເດີມ​ກຳ​ອຳນາດ ອັງກິດ ​ໄດ້​ຍອມຮັບ​ວ່າ ທ່ານ​ນາງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ Theresa May ​ໄດ້ຮັບ​ການ​ເລືອກ​ຕັ້ງ​ເປັນ​ຫົວ​ໜ້າ​ພັກ​ນີ້ ​ແລະ ຈະ​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ນາຍົກລັດຖະມົນຕີ ອັງກິດ ​ໃນ​ໄວໆ​ນີ້. ສະມາຊິກ​ສະພາ​ແຫ່ງ​ຊາດ ພັກ​ນິຍົມ​ຮັກສາ​​ເດີມ Graham Brady ​ໃຫ້​ຮູ້​ວ່າ: ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ມີ​ຜົນ​ສັກສິດ​ໃນ​ທັນທີ ​ແລະ ທ່ານ​ນາງ May ຈະ​ດຳລົງ​ຕຳ​ແໜ່​ງ​ເປັນ​ນາຍົກລັດຖະມົນຕີ ອັງກິດ ພາຍຫຼັງ​ການ​ຊັກ​ຖາມກັບ​ນາຍົກລັດຖະມົນຕີ David Cameron ຢູ່​ສະ​ພາ​ຕຳ່​ໃນ​ວັນ​ທີ 13/7. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ David Cameron ກໍ່​​ໄດ້​ປະກາດ​ວ່າ​ທ່ານ​ນາງ May ສາມາດ​ຈະ​ແທນ​ໃຫ້​ທ່ານ​ດຳລົງ​ຕຳ​​ແໜ່​ງ​ເປັນ​ຜູ້ນຳ​​ລັດຖະບານ ອັງກິດ ​ໃນ​ວັນ​ທີ 13/7 ພາຍຫຼັງ​ທີ່ທ່ານ​ຍື່ນ​ໃບ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່​ງ​ຕໍ່ລາຊິນີ Elizabeth II ຢ່າ​ງ​ເປັນ​ທາງ​ການ. ທ່ານ​ນາຍົກລັດຖະມົນຕີ Cameron ກໍ່​ປະກາດ​ວ່າ​ທ່ານ​ຈະ​ເປັນ​ປະທານ​ກອງປະຊຸມ​ຂອງ​ຄະນະ​ລັດຖະບານ​ຄັ້ງ​ສຸດ​ທ້າຍ​ໃນ​ພາລະກິດ​ຂອງ​ຕົນ​ໃນ​ວັນ​ທີ​ 12/7.

        ທ່ານ​ນາງ May ກາຍ​ເປັນ​ຜູ້​ອອກ​ສະໝັກ​​ເລືອກ​ຕັ້ງ​ໜຶ່ງ​ດຽວ​ທີ່ສືບ​ທອດ​ທ່ານ​ນາຍົກລັດຖະມົນຕີ Cameron ພາຍຫຼັງ​ຄູ່​ແຂ່ງ​ຂອງ​ທ່ານ​ນາງ​ແມ່ນ​ທ່ານ​ນາງຮອງ​ລັດຖະມົນຕີ​ກະຊວງ​ພະລັງງານ ​ແລະ ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ Andrea Leadsom ​ໄດ້ປະກາດ​ຖອນຕົວ​ອອກ​ຈາກ​ການ​ຊ່ວງ​ເສັງ​ເພື່ອກາຍ​ເປັນ​ຜູ້ນຳ​ພັກ​ນິຍົມ​ຮັກສາ​ເດີມ ​ແລະ ຜູ້​ອອກສະໝັກ​​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີ.


ຂ່າວ/ບົດ​ອື່ນ