ທ່ານນາງຕ່ອງທິຟອງ,ຮອງທານປະທານສະພາແຫ່ງຊາດຢ້ຽມຢາມແລະເຮັດວຽກຢູ່ແຂວງເງ້ອານ

ທ່ານນາງຕ່ອງທິຟອງ,ຮອງທານປະທານສະພາແຫ່ງຊາດຢ້ຽມຢາມແລະເຮັດວຽກຢູ່ແຂວງເງ້ອານ - ảnh 1
ທ່ານ​ນາງ​ ຕ່ອງ​ທິ​ຟອງ, ຮອງ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ
ມອບ​ຂອງ​ຂວັນ​ໃຫ້​ຄອບ​ຄົວ​ທຸກ​ຍາກ

(vovworld)-​ ຕອນ​ບ່າຍ​ວັນ​ທີ 29/10, ທ່ານ​ນາງ​ ຕ່ອງ​ທິ​ຟອງ, ຮອງ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ລົງຢ້ຽມ​ຢາມ​ແລະ ເຮັດວຽກ​ກັບ​ການ​ນຳ​ແຂວງ ເງ້​ອານ. ຄະ​ນະ​ປະ​ຕິ​ບັດ​ງານ​ໄດ້​ລົງ​ຢ້ຽມ​ຢາມ​ເມືອງ​ພູ​ດອຍ ກອນກວງ, ຢ້ຽມ​ຢາມ​ໂຮງ​ຮຽນ​ມັດ​ທະ​ຍົມ​ກິນນອນ​ຊົນ​ເຜົ່າ ກອນກວງ. ນີ້​ແມ່ນ​ໂຮງ​ຮຽນ​ມີ​ຫນ້າ​ທີ່​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ປະ​ຊາ​ຊົນ​ຊົນຊົນເ​ຜົ່າ ແລະ ​ເຂດ​ພູ​ດອຍ. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ຍ້ອງ​ຍໍ, ຮັບ​ຮູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຄູ​ອາ​ຈານ ແລະ ນັກ​ຮຽນ​ໃນ​ໂຮງ​ຮຽນ ໃນ​ຊຸມ​ປີ​ຜ່ານ​ມາ ແລະ ປາດ​ຖະ​ຫນາ​ວ່າ ຄູ​ອາ​ຈານ ແລະ ນັກ​ຮຽນ ຈະ​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ, ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​ບືນ​ຕົວ​ຂຶ້ນ. ທ່ານ​ນາງ​ຕ່ອງ​ທິ​ຟອງ ກໍ​ໄດ້​ມອບ​ຄອມ​ພິວ​ເຕີ 2 ຊຸດ ແລະ ຂອງ​ຂວັນ 500 ພູດ​ໃຫ້​ໂຮງ​ຮຽນ. ໃນ​ວັນ​ດຽວ​ກັນ ຄະ​ນະ​ປະ​ຕິ​ບັດ​ງານ​ກໍ​ໄດ້​ໄປ​ຢ້ຽມ​ຢາມ​ບັນ​ດາ​ຄອບ​ຄົວ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ​ໃນ​ແຂວງ.


ຕອບກັບ

ຂ່າວ/ບົດ​ອື່ນ