ທ່ານນາງຕ່ອງທິຟ໋ອງຮອງປະທານຜູ້ປະຈຳການສະພາແຫ່ງຊາດເຂົ້າຮ່ວມງານວັນບຸນມະຫາສາມັກຄີທົ່ວປວງຊົນ

ທ່ານນາງຕ່ອງທິຟ໋ອງຮອງປະທານຜູ້ປະຈຳການສະພາແຫ່ງຊາດເຂົ້າຮ່ວມງານວັນບຸນມະຫາສາມັກຄີທົ່ວປວງຊົນ - ảnh 1
ທ່ານ​ນາງ ຕ່ອງ​ທິ​ຟ໋ອງ ທີ່​ພິ​ທີ

(vovworld)- ເນື່ອງ​ໃນ​ໂອ​ກາດ​ ສະ​ເຫຼີມ​ສະຫຼອງ 86 ປີ ແຫ່ງວັນ​ມູນ​ເຊື້ອ​ ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ (18/11/1930-18/11/2016), ຕອນ​ຄ່ຳ​ວັນ​ທີ 17/11, ທ່ານ​ ນາງ ຕ່ອງ​ທິ​ຟ໋ອງ ຮອງ​ປະ​ທານ​ຜູ້​ປະ​ຈ​ການຳ​ສ​ະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ “ງານ​ບຸນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ”  ກັບ​ປະ​ຊາ​ຊົນ​ເຂດ​ຊຸມ​ຊົນ​ເລກ​ທີ 10, ຂື້ນ​ກັບ​ຕາ​ແສງທຸ້ຍ​ເຄວ, ເມືອງ​ໄຕ​ໂຮ່, ຮ່າ​ໂນຍ. ນະ​ທີ່ນີ້,  ທ່ານ​ ນາງ ຕ່ອງ​ທິ​ຟ໋ອງ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ສະ​ແດງ​ຄວາມ​​ປິ​ຕິຊົມ​ຊື່ນ​ຕໍ່​ຜົນ​ງານ​ທີ່​ປະ​ຊາ​ຊົນ​ເຂດ​ຊຸມ​ຊົນ​ເລກ​ທີ 10, ຕາ​ແສງທຸ້ຍ​ເຄວ ບັນ​ລຸ​ໄດ້. ​ທ່ານ​ ນາງ ຕ່ອງ​ທິ​ຟ໋ອງ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີວ່າ: ​ໄລ​ຍະ​ຈະ​ມາ​ເຖິງ, ອົງ​ຄະ​ນະ​ພັກ, ​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ ຕາ​ແສງທຸ້ຍ​ເຄວ ເວົ້າ​ລວມ, ປະ​ຊາ​ຊົນ​ເຂດ​​ຊຸມ​ຊົນເລກ​ທີ 10 ເວົ້າ​ສະ​ເພາະ ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຂະ​ບວນ​ການ​ຕອບ​ບຸ​ນແທນ​ຄຸນ, ສ້າງ​ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ ໃນ​ເຂດ​ຕົວ​ເມືອງ​ສີ​ວິ​ໄລ “ຂຽວ-​ສ​ວຍງາມ-ສະ​ອາດ- ​ໃສແຈ້​ງ”, ປະ​ກອບ​ບັນ​ດາ​ກອງ​ທຶນ​ສະ​ໜັບ​ສະ​ໜູນ​ ປະ​ຊາ​ຊົນ​ປະ​ສົບ​ໄພ​ນຳ​້ຖ້ວມ, ຄອບ​ຄົວ​ຫຍຸ້ງ​ຍາກ, ​ຄົນ​ຢູ່​ໂດດ​ດ່ຽວ, ປະ​ຊາ​ຊົນ​ເຂດ​ຊາຍ​ແດນ, ເກາະ​ດອນ; ເອົາ​ໃຈ​ໃສ່​ເບິ່ງ​ແຍງ​​ດ​ູ​ແລສຸ​ກ​ຂະ​ພາບ​ຜູ້​ອາ​ຍຸ ສູງ​, ຜູ້​ທີ່​ມີ​ສຸກ​ຂະ​ພາບ​ອ່ອນ​ແອ, ຜູ້​ປະ​ສົບ​ຄວາມ​​ຫຍຸ້ງ​ຍາກ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ, ​ຄອບ​ຄົວ​ຄົນໂດດ​ດ່ຽວ.


ຂ່າວ/ບົດ​ອື່ນ