ທ່ານ​ນາງນາຍົກລັດຖະມົນຕີ ນິວຊີ​ແລນ ກໍານົດ​ວັນ​ເວລາ​ຈັດ​ຕັ້ງ​ການ​​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

(VOVWORLD) - ວັນທີ 28 ມັງກອນ, ທ່ານນາງນາຍົກລັດຖະມົນຕີນິວຊີແລນ Jacinda Ardern  ໄດ້ຮຽກຮ້ອງໃຫ້ຈັດຕັ້ງການເລືອກຕັ້ງທົ່ວປະເທດໃນວັນທີ 19 ກັນຍາ ປີ 2020. 
ທ່ານ​ນາງນາຍົກລັດຖະມົນຕີ ນິວຊີ​ແລນ ກໍານົດ​ວັນ​ເວລາ​ຈັດ​ຕັ້ງ​ການ​​ເລືອກ​ຕັ້ງ​ທົ່ວ​ປະ​ເທດ - ảnh 1 ທ່ານນາງນາຍົກລັດຖະມົນຕີນິວຊີແລນ Jacinda Ardern (ພາບ: TTXVN)

       ນີ້ໄດ້ຮັບຖືວ່າ ແມ່ນ “ການທົດລອງ” ຕໍ່ກັບການສະໜັບສະໜູນທີ່ມີຕໍ່ທ່ານນາງ, ເຊິ່ງໄດ້ເພີ່ມຂຶ້ນພາຍຫຼັງລັດຖະບານຮັບມືກັບເຫດບຸກໂຈມຕີການກໍ່ການຮ້າຍເມື່ອປີ 2019 ໄດ້ເປັນຢ່າງດີ ແຕ່ພັດຫຼຸດໜ້ອຍລົງ ຍ້ອນບັນດາບັນຫາກ່ຽວກັບດ້ານເສດຖະກິດ.

        ພັນທະມິດ ໂດຍພັກແຮງງານຝ່າຍກາງຊ້າຍຂອງທ່ານນາງ Jacinda Ardern  ນໍາໜ້າ ໄດ້ຂຶ້ນກໍາອໍານາດນັບແຕ່ປີ 2017 ແລະ ມີຄວາມປາດຖະໜາຢາກສືບຕໍ່ດໍາລົງຕໍາແໜ່ງໃນອາຍຸການທີ 2.

        ກ່າວຄໍາເຫັນທີ່ການຖະແຫຼງຂ່າວ, ທ່ານນາງນາຍົກລັດຖະມົນຕີ Jacinda Ardern  ຮຽກຮ້ອງ ປະຊາຊົນ ນິວຊີແລນ ຈົ່ງສືບຕໍ່ສະໜັບສະໜູນທ່ານນາງ ເປັນຜູ້ນໍາພາ ແລະ ບັນດາທິດທາງທີ່ພວມຜັນຂະຫຍາຍໃນປັດຈຸບັນຂອງລັດຖະບານ.


ຕອບກັບ

ຂ່າວ/ບົດ​ອື່ນ