ທ່ານ​​ນາງນາ​ຍົກ​ລັດ​ຖ​ະ​ມົນ​ຕີ ນິວ​ຊີ​ແລນ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ ຫວຽດ​ນາມ ​ຢ່າງ​ຈົບ​ງາມ

(VOVWORLD) -  ວັນທີ 17 ພະຈິກ, ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ນິວຊີແລນ ໄດ້ອອກຈາກນະຄອນ ໂຮ່ຈີມິນ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ທີ່ເປັນທາງການແຕ່ວັນທີ 14 – 17 ພະຈິກ 2022 ຢ່າງຈົບງາມ.
ທ່ານ​​ນາງນາ​ຍົກ​ລັດ​ຖ​ະ​ມົນ​ຕີ ນິວ​ຊີ​ແລນ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ ຫວຽດ​ນາມ ​ຢ່າງ​ຈົບ​ງາມ - ảnh 1ທ່ານນາງນາຍົກລັດຖະມົນຕີ Jacinda Ardern ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

ໃນໄລຍະຢູ່ຢ້ຽມຢາມ ຫວຽດນາມ, ທ່ານນາງນາຍົກລັດຖະມົນຕີ Jacinda Ardern ໄດ້ມີການເຄື່ອນໄຫວສຳຄັນຫຼາຍຢ່າງຄື: ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ; ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ; ພົບປະກັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ແລະ ມີການພົບປະສົນທະນາກັບທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ. ນອກຈາກນັ້ນ, ທ່ານນາງ Jacinda Ardern ກໍໄດ້ໄປວາງພວງມາລາ, ເຂົ້າໄຫວ້ອາໄລປະທານໂຮ່ຈີມິນ; ເຂົ້າຮ່ວມ, ກ່າວຄຳເຫັນໃນການໂອ້ລົມສົນທະນາລະຫວ່າງວິສາຫະກິດ ຫວຽດນາມ - ນິວຊີແລນ ແລະ ລາຍການເຄື່ອນໄຫວອື່ນອີກ.

 

ຕອບກັບ

ຂ່າວ/ບົດ​ອື່ນ