ທ່ານນາງນາຍົກລັດຖະມົນຕີ ຝລັ່ງ Elisabeth Borne: ທາງອອກໃຫ້ແກ່ການປະທະກັນຢູ່ ຢູແກຼນ ແມ່ນການໂອ້ລົມສົນທະນາ

(VOVWORLD) - ວິກິດການລະຫວ່າງ ລັດເຊຍ - ຢູແກຼນ ບໍ່ພຽງແຕ່ແມ່ນບັນຫາລະຫວ່າງສອງປະເທດເທົ່ານັ້ນ ຫາກຍັງພວມເຮັດໃຫ້ປ່ຽນແປງຄວາມເປັນລະບຽບຂອງໂລກ...
ທ່ານນາງນາຍົກລັດຖະມົນຕີ ຝລັ່ງ Elisabeth Borne: ທາງອອກໃຫ້ແກ່ການປະທະກັນຢູ່ ຢູແກຼນ ແມ່ນການໂອ້ລົມສົນທະນາ - ảnh 1ສະພາແຫ່ງຊາດ ຝລັ່ງ  ໄດ້ປຶກສາຫາລືກ່ຽວກັບສະພາບການຢູ່ ຢູແກຼນ (ພາບ:Le Monde)

ວັນທີ 3 ຕຸລາ, ສະພາແຫ່ງຊາດ ຝລັ່ງ ໄດ້ໂຮມປະຊຸມຄືນໃໝ່ພາຍຫຼັງໄລຍະພັກແລ້ງ ແລະ ໄດ້ປຶກສາຫາລືກ່ຽວກັບສະພາບການຢູ່ ຢູແກຼນ. ກ່າວຄຳເຫັນຕໍ່ສະພາແຫ່ງຊາດ, ທ່ານນາງນາຍົກລັດຖະມົນຕີ ຝລັ່ງ Elisabeth Borne ເນັ້ນໜັກວ່າ: ວິກິດການລະຫວ່າງ ລັດເຊຍ - ຢູແກຼນ ບໍ່ພຽງແຕ່ແມ່ນບັນຫາລະຫວ່າງສອງປະເທດເທົ່ານັ້ນ ຫາກຍັງພວມເຮັດໃຫ້ປ່ຽນແປງຄວາມເປັນລະບຽບຂອງໂລກ ແລະ ນາບຂູ່ເຖິງຄວາມໝັ້ນຄົງຂອງ ເອີລົບ. ວິກິດການນີ້ຍັງຈະແກ່ຍາວຕື່ມອີກ ແລະ ປິນຂັ້ນໄດໃນໄລຍະຈະມາເຖິງ, ໃນນັ້ນບໍ່ເວັ້ນຄວາມສ່ຽງດ້ານນິວເຄຼຍ; ນາບຂູ່ຢ່າງໜັກໜ່ວງເຖິງຄວາມໝັ້ນຄົງດ້ານສະບຽງອາຫານຢູ່ຫຼາຍປະເທດພວມພັດທະນາ ແລະ ອາດສາມາດພາໄປເຖິງວິກິດການດ້ານສະບຽງອາຫານທົ່ວໂລກ. ທ່ານນາງນາຍົກລັດຖະມົນຕີ ຝລັ່ງ Elisabeth Borne ຢັ້ງຢືນວ່າ: ຈະເພີ່ມທະວີບັນດາມາດຕະການລົງໂທດເພື່ອບັງຄັບໃຫ້ ລັດເຊຍ ຕ້ອງຊົດໃຊ້ດ້ານເສດຖະກິດຢ່າງໜັກໜ່ວງ. ແຕ່ເຖິງຢ່າງໃດກໍ່ຕາມ, ຜູ້ນຳອຳນາດການປົກຄອງ ຝລັ່ງ ໄດ້ປົກປ້ອງທັດສະນະຂອງ ຝລັ່ງ ນັ້ນແມ່ນ: ຮັກສາບັນດາການຕິດຕໍ່ພົວພັນລະຫວ່າງທ່ານປະທານາທິບໍດີ Emmanuel Macron ກັບຄູ່ຕຳແໜ່ງລັດເຊຍທ່ານ Vladimir Putin, ພ້ອມທັງຢັ້ງຢືນທາງອອກໜຶ່ງດຽວໃຫ້ແກ່ການປະທະກັນໃນປະຈຸບັນແມ່ນຜ່ານທາງການທູດ.

ຕອບກັບ

ຂ່າວ/ບົດ​ອື່ນ