ທ່ານ​ນາງນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ ເຢຍ​ລະ​ມັນ ຢັ​້ງ​ຢື​ນ​ເຖິງ​ ອະ​ນາ​ຄົດ​ຂອງ​ລັດ​ຖະ​ບານສ​ຳ​ພັນທະ​ມິດໃຫຍ່

(VOVWORLD) - ທ່ານນາງນາຍົກລັດຖະມົນຕີ Angela Merkel ໄດ້ ຢັ້ງຢືນວ່າຈະເຄົາລົບບັນດາການຕົກລົງຂອງ SPD ກ່ຽວຂ້ອງເຖິງຜູ້ສືບທອດພາລະໜ້າທີ່ຂອງທ່ານນາງ Andrea Nahles.
ທ່ານ​ນາງນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ ເຢຍ​ລະ​ມັນ ຢັ​້ງ​ຢື​ນ​ເຖິງ​ ອະ​ນາ​ຄົດ​ຂອງ​ລັດ​ຖະ​ບານສ​ຳ​ພັນທະ​ມິດໃຫຍ່ - ảnh 1ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel  (ພາບ: AFP/ TTXVN)

ວັນທີ 2 ມິຖຸນາ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ຢັ້ງຢຶນວ່າ ພັກນິຍົມຮັກສາເດີມສຳພັນທະມິດປະຊາທິປະໄຕ/ ສັງຄົມສາສະໜາຄຣິດ (CDU/ CSU)ຈະຍັງຄົງສືບຕໍ່ແມ່ນລັດຖະບານເດີມສຳພັນທະມິດກັບພັກປະຊາທິປະໄຕສັງຄົມ (SPD).

ກ່ວາຄຳເຫັນຕໍ່ວົງການນັກຂ່າວ, ທ່ານນາງນາຍົກລັດຖະມົນຕີ Angela Merkelໄດ້ສະແດງຄວາມເຄົາລົບຕໍ່ການຕັດສິນໃຈລາອອກຈາກຕ່ຳແໜ່ງ ປະທານ SPD ຂອງທ່ານນາງ Andrea Nahles, ພ້ອມທັງເນັ້ນໜັກວ່າລະຫວ່າງ ທ່ານນາງ Angela Merkel ແລະ ທ່ານນາງ Andrea Nahlesມີການພົວພັນທີ່ໄວ້ເນື້ອເຊື່ອໃຈມາແຕ່ດົນນານໃນລັດຖະບານ. ທ່ານນາງນາຍົກລັດຖະມົນຕີ Angela Merkel ໄດ້ ຢັ້ງຢືນວ່າຈະເຄົາລົບບັນດາການຕົກລົງຂອງ SPD ກ່ຽວຂ້ອງເຖິງຜູ້ສືບທອດພາລະໜ້າທີ່ຂອງທ່ານນາງ Andrea Nahles.

ຕອບກັບ

ຂ່າວ/ບົດ​ອື່ນ