ທ່ານ​​ນາງນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ ຢ້ຽມ​ຢາມ ອາ​ເມ​ລິ​ກາ ເພື່ອ​ແນ​ໃສ່ ເຄື່ອນ​ໄຫວ​ການ​ພົວ​ພັນ​ສອງ​ຝ່າຍ​ຄືນ​ໃໝ່

(VOVWORLD) - ຕອນບ່າຍວັນທີ 14 ກໍລະກົດ, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ອອກຈາກ Berlin ເດີນທາງໄປຢ້ຽມຢາມ ອາເມລິກາ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ອາເມລິກາ Joe Biden.
ທ່ານ​​ນາງນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ ຢ້ຽມ​ຢາມ ອາ​ເມ​ລິ​ກາ ເພື່ອ​ແນ​ໃສ່ ເຄື່ອນ​ໄຫວ​ການ​ພົວ​ພັນ​ສອງ​ຝ່າຍ​ຄືນ​ໃໝ່ - ảnh 1ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel  (ພາບ: TTXVN)

ການຢ້ຽມຢາມຄັ້ງນີ້ ແມ່ນເພື່ອແນໃສ່ເລີ່ມເຄື່ອນໄຫວການພົວພັນສອງຝ່າຍຄືນໃໝ່ ພາຍຫຼັງຖືກຢຸດສະຫງັກໃນສະໄໝອຳນາດການປົກຄອງຂອງທ່ານອະດີດປະທານາທິບໍດີ Donald Trump.

        ຕາມແຜນການ, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel  ຈະມີການພົບປະກັບ ທ່ານຮອງປະທານາທິບໍດີ Kamala Harris ເພື່ອປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ, ຫຼັງຈາກນັ້ນ ທ່ານນາງ Angela Merkel ຈະເຂົ້າຮ່ວມການປຶກສາຫາລືກັບຜູ້ຕາງໜ້າວົງການວິສາຫະກິດ ອາເມລິກາ ແລະ ຮັບໃບປະກາດສະນີຍະບັດ ປະລິນຍາເອກ ກິດຕິມະສັກຂອງມະຫາວິທະຍາໄລ Johns Hopkins.

        ເຫດການສຳຄັນທີ່ສຸດໃນລາຍການເຄື່ອນໄຫວຄັ້ງນີ້ ແມ່ນການປຶກສາຫາລືກັບທ່ານປະທານາທິບໍດີ Joe Biden ຢູ່ ທຳນຽບຂາວ ໃນວັນທີ 15 ກໍລະກົດ. ທ່ານປະທານາທິບໍດີ Joe Biden ພ້ອມດ້ວຍພັນລະຍາ, ທ່ານນາງປະລິນຍາເອກ Jill Biden ຈະຈັດຕັ້ງງານລ້ຽງຕ້ອນຮັບທ່ານນາງນາຍົກລັດຖະມົນຕີ Angela Merkel ພ້ອມດ້ວຍ ສາມີ ແມ່ນທ່ານສາດສະດາຈານ, ປະລິນຍາເອກ Joanchim Sauer.


ຕອບກັບ

ຂ່າວ/ບົດ​ອື່ນ