ທ່ານນາງນາຍົກລັດຖະມົນຕີເຢຍລະມັນສະໜັບສະໜູນການເຈລະຈາລະຫວ່າງ EU ແລະ ຕວກກີ

(VOVWORLD) -ວັນທີ 20 ມັງກອນ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໄດ້ອອກສຽງສະໜັບສະໜູນການສືບຕໍ່ການເຈລະຈາລະຫວ່າງສະຫະພາບເອີລົບ (EU) ແລະ ຕວກກີ. ໃນການປະຊຸມຂ່າວຢູ່ນະຄອນຫຼວງ Sofia ຂອງ Bulgaria

ທ່ານນາງນາຍົກລັດຖະມົນຕີເຢຍລະມັນສະໜັບສະໜູນການເຈລະຈາລະຫວ່າງ EU ແລະ ຕວກກີ - ảnh 1ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel

(ພາບ: Reuters)

ທ່ານນາງນາຍົກລັດຖະມົນຕີ Merkel ເນັ້ນໜັກວ່າ, EU “ຄວນມີສາຍພົວພັນຢ່າງຕັ້ງໜ້າກັບຕວກກີ”. ເມື່ອເຕື້ອງເຖິງການພົວພັນ EU - ຕວກກີ, ທ່ານນາງ Merkel ໄດ້ຍ້ອງຍໍແນວຄວາມຄິດກ່ຽວກັບກອງປະຊຸມລະຫວ່າງວົງການການນຳເອີລົບ ແລະ ທ່ານປະທານາທິບໍດີຕວກກີ Tayyip Erdogan ຢູ່ Bulgaria “ເພື່ອປຶກສາຫາລືຢ່າງເປີດອົກເປີດໃຈກ່ຽວກັບທຸກໆບັນຫາ. ທີ່ Sofia, ທ່ານນາງ Merkel ໄດ້ປຶກສາຫາລືກັບຄູ່ຕຳແໜ່ງປະເທດເຈົ້າພາບ Boyko Borissov ກ່ຽວກັບບັນດາບັນຫາຕົ້ນຕໍ່ໃນໄລຍະເວລາ 6 ເດືອນທີ່ Bulgaria ດຳລົງຕຳແໜ່ງເປັນປະທານສະພາເອີລົບ (EC) ເຊິ່ງເລີ່ມແຕ່ເດືອນມັງກອນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ