ທ່ານ​ນາງປະ​ທານ​ສະ​ພາ​ສູງ ແບນ​ຊິກ Stephanie D’Hose ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) - ຕອນເຊົ້າວັນທີ 21 ສິງຫາ, ທ່ານນາງປະທານສະພາສູງ ແຫ່ງ ລາຊະອານາຈັກ ແບນຊິກ Stephanie D’Hose ພ້ອມດ້ວຍຄະນະຜູ້ແທນລາຊະອານາຈັກແບນຊິກ ໄດ້ມາຮອດສະໜາມບິນສາກົນ ໂນ້ຍບາຍ (ຮ່າໂນ້ຍ), ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 21 – 25 ສິງຫາ ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ.

ທ່ານ​ນາງປະ​ທານ​ສະ​ພາ​ສູງ ແບນ​ຊິກ Stephanie D’Hose ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ - ảnh 1ບັນດາຜູ້ແທນ ຫວຽດນາມ ຕ້ອນຮັບທ່ານນາງປະທານສະພາສູງ ແບນຊິກ Stéphanie D’Hose  ຢູ່ສະໜາມບິນ (ພາບ:quochoi.vn)
ອອກຕ້ອນຮັບຄະນະຢູ່ສະໜາມບິນ ລວມມີ: ທ່ານນາງ ຫົວໜ້າກຳມາທິການສັງຄົມຂອງສະພາແຫ່ງຊາດ ຫງວຽນຖຸ່ຍແອັງ; ຮອງປະທານກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດ ໂດນຕວັນຟອງ; ທ່ານຫົວໜ້າສະຖາບັນຄົ້ນຄວ້ານິຕິບັນຍັດຂຶ້ນກັບຄະນະປະຈຳສະພາແຫ່ງຊາດ ຫງວຽນວັນຮ່ຽນ.

        ທ່ານນາງປະທານສະພາສູງແຫ່ງ ລາຊະອານາຈັກ ແບນຊິກ Stephanie D’Hose ແມ່ນນັກການເມືອງຂັ້ນສູງສຸດຂອງ ແບນຊິກ ທີ່ມາຢ້ຽມຢາມ ຫວຽດນາມ ໃນປີນີ້. ນີ້ແມ່ນໂອກາດເພື່ອໃຫ້ສອງປະເທດຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 50 ປີ (22/03/1973 – 22/03/2023). ການຢ້ຽມຢາມ ແມ່ນເພື່ອແນໃສ່ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ກໍຄືການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ແບນຊິກ; ເພີ່ມທະວີການສົມທົບລະຫວ່າງສອງປະເທດ ຢູ່ບັນດາເວທີປາໄສຫຼາຍຝ່າຍ ເປັນຕົ້ນແມ່ນ ສປຊ, ບັນດາອົງການລັດຖະສະພາລະດັບພາກພື້ນ ແລະສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ