ທ່ານນາງປະທານສະພາແຫ່ງຊາດ Mozambique ເລີ່່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) -  ນີ້ແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດຂອງທ່ານນາງ Esperanca Laurinda Francisco Nhiuane Bias ໃນຖານະເປັນປະທານສະພາແຫ່ງຊາດ Mozambique ນັບແຕ່ເມື່ອໄດ້ດຳລົງຕຳແໜ່ງໃນເດືອນມັງກອນ 2020 

ຕອນບ່າຍວັນທີ 18 ມິຖຸນາ, ຄະນະຜູ້ແທນສະພາແຫ່ງຊາດ ສ. Mozambique ໂດຍທ່ານນາງ Esperanca Laurinda Francisco Nhiuane Bias, ປະທານສະພາແຫ່ງຊາດນຳໜ້າໄດ້ມາຮອດນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 18 – 23 ມິຖຸນາ ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ.

ທ່ານນາງປະທານສະພາແຫ່ງຊາດ Mozambique ເລີ່່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1ທ່ານ ເລແອັງຕ໋ວນ, ຮອງຫົວໜ້າກຳມາທິການພົວພັນຕ່າງປະເທດສະພາແຫ່ງຊາດ ຕ້ອນຮັບຄະນະຢູ່ສະໜາມບິນສາກົນ ໂນ້ຍບາຍ
(ພາບ quochoi.vn)
ນີ້ແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດຂອງທ່ານນາງ Esperanca Laurinda Francisco Nhiuane Bias ໃນຖານະເປັນປະທານສະພາແຫ່ງຊາດ Mozambique ນັບແຕ່ເມື່ອໄດ້ດຳລົງຕຳແໜ່ງໃນເດືອນມັງກອນ 2020 ແລະ ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງປະທານສະພາແຫ່ງຊາດປະເທດນີ້. ການຢ້ຽມຢາມເພື່ອແນໃສ່ປັບປຸງ ແລະ ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃຫ້ດີກ່ວາອີກ, ພ້ອມທັງຊຸກຍູ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ.

          ແລະກໍ່ໃນຕອນບ່າຍວັນທີ 18 ມິຖຸນາ, ຄະນະຜູ້ແທນສະພາແຫ່ງຊາດ ສ. Mozambique ໄດ້ໄປເຮັດວຽກຢູ່ແຂວງ ກວາງນີງ, ທ່ານ ຫງວຽນ ຊວນ ກີ້, ເລຂາຄະນະພັກແຂວງໄດ້ໃຫ້ການຕ້ອນຮັບຄະນະ.

          ທີ່ການຕ້ອນຮັບ, ປະທານສະພາແຫ່ງຊາດ Mozambique ເນັ້ນໜັກວ່າ: ປະຈຸບັນ, Mozambique ແມ່ນປະເທດຢື່ນອັນດັບທີ 11 ໃນຈຳນວນ 72 ປະເທດແລະ ເຂດແຄ້ວນເຊິ່ງ ຫວຽດນາມ ໄດ້ມີການເຄື່ອນໄຫວລົງທຶນ. ທ່ານນາງປະທານສະພາແຫ່ງຊາດ Mozambique  ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ Mozambique  ກັບ ຫວຽດນາມ ເວົ້າລວມ ແລະ ກັບແຂວງ ກວາງນີງ ເວົ້າສະເພາະ, ພິເສດແມ່ນໃນຂົງເຂດກະສິກຳ, ເຕັກໂນໂລຢີຄົມມະນາຄົມໃຫ້ດີກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ