ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ ບັງ​ກ​ລາ​ເທດ ລາ​ອອກ​ຈາກ​ຕຳ​ແຫຼ່ງ

(VOVWORLD) - ໄດ້ເກີດຄວາມຂາດສະຖຽນລະພາບດ້ານການເມືອງ ພາຍຫຼັງທີ່ທ່ານນາງ Chaudhury ລາອອກຈາກຕຳແໜ່ງ ແລະ ທ່ານຮອງປະທານສະພາແຫ່ງຊາດ ບັງກະລເທດ ຖືກຈັບຕົວ.
ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ ບັງ​ກ​ລາ​ເທດ ລາ​ອອກ​ຈາກ​ຕຳ​ແຫຼ່ງ - ảnh 1ທ່ານນາງ Shirin Sharmin Chaudhury (ພາບ:facebook)

      ວັນທີ 2 ກັນຍາ, ທ່ານນາງ Shirin Sharmin Chaudhury, ໄດ້ຍື່ນໃບຮ້ອງຂໍລາອອກຈາກຕຳແຫຼ່ງ ຕໍ່ປະທານາທິບໍດີ Mohammad Shahabuddin, ພາຍຫຼັງເວລາເກືອບ 4 ອາທິດທີ່ທ່ານ Mohammad Shahabuddin ໄດ້ຍຸກເລິກສະພາແຫ່ງຊາດ ແລະ ທ່ານອະດີດນາຍົກລັດຖະມົນຕີ Sheikh Hasina ໄດ້ອອກຈາກປະເທດ. ຄຳຕັດສິນຂອງທ່ານນາງ Chaudhury ໄດ້ຍົກອອກມາ ໃນສະພາບການທີ່ທ່ານນາງຖືກກ່າວຫາ ກ່ຽວຂ້ອງເຖິງເຫດການກຳມະກອນຄົນ 1 ເສຍຊີວິດ ໃນການແຫ່ຂະບວນປະທ້ວງ ຕ້ານລັດຖະບານ.

    ເລື່ອງທ່ານນາງ Chaudhury ລາອອກຈາກຕຳແໜ່ງ ໄດ້ກໍ່ໃຫ້ເກີດຄວາມວິຕົກກັງວົນກ່ຽວກັບຊ່ອງຫວ່າງດ້ານຕຸລາການຂອງປະເທດນີ້. ທ່ານ Shahdhin Malik ຜູ້ຊ່ຽວຊານດ້ານກົດໝາຍແຖວໜ້າໃຫ້ຮູ້ວ່າ: ໄດ້ເກີດຄວາມຂາດສະຖຽນລະພາບດ້ານການເມືອງ ພາຍຫຼັງທີ່ທ່ານນາງ Chaudhury ລາອອກຈາກຕຳແໜ່ງ ແລະ ທ່ານຮອງປະທານສະພາແຫ່ງຊາດ ບັງກະລເທດ ຖືກຈັບຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ