ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິງ​ເງິນ: ສ້າງ​ເກີນ​ເທີ​ກາຍ​ເປັນ​ຕົວ​ເມືອງ​ແກ່ນ​ສານ​ຂອງ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກໃຕ້ ຫວຽດ​ນາມ

(VOVWORLD) -ຕອນບ່າຍວັນທີ 16 ມີນາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພ້ອມກັບຄະນະຜູ້ແທນສະພາແຫ່ງຊາດນະຄອນເກິນເທີໄດ້ພົບປະ, ເຮັດວຽກກັບການນຳນະຄອນເກິ່ນເທີ. 
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິງ​ເງິນ: ສ້າງ​ເກີນ​ເທີ​ກາຍ​ເປັນ​ຕົວ​ເມືອງ​ແກ່ນ​ສານ​ຂອງ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກໃຕ້ ຫວຽດ​ນາມ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິງເງິນ ກ່າວຄຳເຫັນທີ່ການເຮັດວຽກ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສະເໜີໃຫ້ນະຄອນເກິນເທີ ເປັນເອກະພາບຢ່າງສູງກ່ຽວກັບຄວາມຮັບຮູ້ ແລະ ການກະທຳ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ເພີ່ມທະວີການເຊື່ອມຕໍ່ກັບບັນດາແຂວງໃນເຂດ, ຍູ້ແຮງການລົງທຶນ, ສົ່ງເສີມການຄ້າ ຢ່າງແທດຈິງ ມີປະສິດທິຜົນຂອງບັນດາວິສາຫະກິດ. ທ່ານນາງ ຫງວຽນທິກິມເງິນ ກ່າວວ່າ:  

ເພື່ອໃຫ້ນະຄອນເກິນເທີກາຍເປັນຕົວເມືອງແກ່ນສານ ຂອງເຂດຢ່າງແທດຕິງ ຕ້ອງມີບາດກ້າວບຸກທະລຸກ່ຽວກັບພື້ນຖານໂຄງລ່າງ, ກ່ຽວກັບວິທີການແກ້ໄຂ, ບາງສິ່ງກໍ່ອີງໃສ່ຄວາມຮັບຜິດຊອບຂອງລັດຖະບານໃນການຊ່ວຍເຫຼືອນະຄອນເກິນເທີ ແລະ ມີບາງອັນທາງນະຄອນຕ້ອງແກ້ໄຂເອງເພື່ອສ້າງກຳລັງແຜ່ຂະຫຍາຍ.

ໃນຕອນບ່າຍວັນດຽວກັນ, ທີ່ການເຮັດວຽກກັບຄະນະຊີ້ນຳວຽກງານເລືອກຕັ້ງຢູ່ນະຄອນ ເກິ່ນເທີ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ປະທານສະພາເລືອກຕັ້ງແຫ່ງຊາດ, ເນັ້ນໜັກວ່າ ນະຄອນເກິ່ນເທີຕ້ອງຍູ້ແຮງວຽກງານໂຄສະນາມຸ່ງໄປສູ່ການເລືອກຕັ້ງ, ເອົາໃຈໃສ່ເຖິງວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ…

ຕອບກັບ

ຂ່າວ/ບົດ​ອື່ນ