ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບ ຮອງປະທານສະພາແຫ່ງຊາດ ມຽນມາ

(VOVWORLD) - ມຽນມາກໍຈະສືບຕໍ່ສ້າງທຸກເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດຫວຽດນາມ ທີ່ເຄື່ອນໄຫວໃນຂົງເຂດທະນາຄານ
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບ ຮອງປະທານສະພາແຫ່ງຊາດ ມຽນມາ - ảnh 1ທ່ານ ຮອງປະທານສະພາແຫ່ງຊາດ ມຽນມາ Aye Thar Aun ແລະ ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ 

ຕອນເຊົ້າວັນທີ 8 ມີນາ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານ ຮອງປະທານສະພາແຫ່ງຊາດ ມຽນມາ Aye Thar Aung. ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນການສ້າງສາ ແລະ ພັດທະນາປະເທດຊາດ ກັບມຽນມາ; ພ້ອມທັງສະເໜີສອງຝ່າຍສ້າງຕັ້ງກົນໄກ “ເຈລະຈານະໂນບາຍດ້ານປ້ອງກັນປະເທດ”  ຂັ້ນຮອງລັດຖະມົນຕີ ໂດຍໄວ. ສືບຕໍ່ເຈລະຈາ, ຊຸກຍູ້ການລົງນາມບັນດາຂໍ້ຕົກລົງວ່າດ້ວຍການຮ່ວມມືໃນບັນດາຂະແໜງການ ກະສິກຳ - ປ່າໄມ້ - ການປະມົງ, ການຂົນສົ່ງ - ຄົມມະນາຄົມ ແລະ ຕຸລາການ. ມຽນມາກໍຈະສືບຕໍ່ສ້າງທຸກເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດຫວຽດນາມ ທີ່ເຄື່ອນໄຫວໃນຂົງເຂດທະນາຄານ, ໂທລະຄົມມະນາຄົມ, ການຮ່ວມມືດຳເນີນທຸລະກິດຢູ່ມຽນມາໃຫ້ມີປະສິດທິຜົນ... ຕີລາຄາສູງການຮ່ວມມືອັນດີງາມລະຫວ່າງສອງປະເທດໃນບັນດາເວທີປາໄສໃນພາກພື້ນ ແລະ ສາກົນ, ພິເສດແມ່ນຢູ່ ອາຊຽນ ແລະ ສະຫະປະຊາຊາດ. ທ່ານນາງ ປະທານສະພາແຫ່ງຊາດ ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດອາຊຽນ ແລະ ບັນດາເວທີປາໄສສາກົນ, ພາກພື້ນອື່ນໆ, ຮ່ວມມືນຳໃຊ້ແຫຼ່ງນ້ຳແມ່ນ້ຳຂອງໃຫ້ຍືນຍົງ ແລະ ມີປະສິດທິຜົນ, ຫວັງວ່າ ມຽນມາຈະກາຍເປັນສະມາຊິກຂອງຄະນະກຳມະການແມ່ນ້ຳຂອງ (MRC) ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ