ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ

(VOVWORLD) -ໃນປີ 2019, ສອງປະເທດ ຈະສືບຕໍ່ເພີ່ມທະວີຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄືການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທໍາ, ການສຶກສາ...

ຕອນບ່າຍວັນທີ 06 ມັງກອນ, ຢູ່ສໍານັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ເຊິ່ງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄັ້ງທີີ 41 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່່າງລັດຖະບານ ຫວຽດນາມ - ລາວ ທີ່ຈັດຂຶ້ນຢູ່ຮ່າໂນ້ຍ.

        ທີ່ການຕ້ອນຮັບ, ການນໍາສອງທ່ານ ພ້ອມກັນແບ່ງປັນບົດຮຽນສໍາຄັນຫຼາຍຢ່າງໃນວຽກງານສ້າງກົດໝາຍ; ແລກປ່ຽນບົດຮຽນ ກ່ຽວກັບການປ່ອນບັດໄວ້ວາງໃຈສໍາລັບບັນດາຕໍາແໜ່ງ ໂດຍສະພາແຫ່ງຊາດເລືອກຕັ້ງ ແລະ ໃຫ້ສັດຕະຍາບັນ; ສົມທົບກັນປະຕິບັດວຽກງານຕິດຕາມກວດກາບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມກັນລະຫວ່າງສອງປະເທດ ໃຫ້ເປັນຢ່າງດີ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢັ້ງຢືນວ່າ ສະພາແຫ່ງຊາດຫວຽດນາມ ຈະສົມທົບກັບສະພາແຫ່ງຊາດລາວ ຢ່າງແໜ້ນແຟ້ນ ເພື່ອສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ລັດຖະບານສອງປະເທດຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງໃຫ້ມີປະສິດທິຜົນ; ພ້ອມທັງເຊື່ອໝັ້ນວ່າ ໃນປີ 2019, ສອງປະເທດ ຈະສືບຕໍ່ເພີ່ມທະວີຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄືການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທໍາ, ການສຶກສາ, ບໍາລຸງສ້າງຊັບພະຍາກອນມະນຸດ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ການພົວພັນແລກປ່ຽນປະຊາຊົນ...

        ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ເດີນທາງອອກຈາກຮ່າໂນ້ຍ ພາຍຫຼັງ ສິ້ນສຸດ ກອງປະຊຸມຄັ້ງທີ 41 ຄະນະກໍາມະການ ຮ່ວມມືທະວີພາຄີ ລະຫວ່າງລັດຖະບານຫວຽດນາມ - ລາວ ຢ່າງຈົບງາມ. ໃນໄລຍະເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 5 – 6 ມັງກອນ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 41 ຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງລັດຖະບານຫວຽດນາມ - ລາວ ຢູ່ຮ່າໂນ້ຍ ແລະ ເປັນປະທານຮ່ວມການພົບປະກັບສື່ມວນຊົນ, ປະກາດໝາກຜົນຂອງກອງປະຊຸມຄັ້ງທີ 41 ຂອງຄະນະກໍາມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ.


ຕອບກັບ

ຂ່າວ/ບົດ​ອື່ນ