ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຕ້ອນຮັບຜູ້ອຳນວຍການໃຫຍ່ UNESCO

(VOVWORLD) - ຕອນເຊົ້າວັນທີ 25 ສິງຫາ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ໃຫ້ການຕ້ອນຮັບທ່ານນາງ Irina Bokova ຜູ້ອຳນວຍການໃຫຍ່ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO).
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຕ້ອນຮັບຜູ້ອຳນວຍການໃຫຍ່ UNESCO - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຕ້ອນຮັບຜູ້ອຳນວຍການໃຫຍ່ UNESCO

ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິກີມເງິນ ຕີລາຄາສູງບັນດາການປະກອບສ່ວນຂອງທ່ານນາງ Irina Bokova ດ້ວຍບົດບາດເປັນຜູ້ນຳໜ້າ UNESCO,ໄດ້ນຳພາອົງການນີ້ ຜ່ານຜ່າຄວາມຫຍຸ້ງຍາກຫລາຍຢ່າງ ດຳເນີນບັນດາມາດຕະການປ່ຽນແປງໃໝ່, ປະກອບສ່ວນຍົກສູງປະສິດທິຜົນແຫ່ງການເຄື່ອນໄຫວ ແລະ ເສີມຂະຫຍາຍຜົນສະທ້ອນຂອງອົງການໃນຂອບຂະໜາດທົ່ວໂລກ.

        ສ່ວນທ່ານນາງ Irina Bokova ຕີລາຄາສູງບັນດາການແບ່ງປັນຂອງທ່ານນາງປະທານສະພາແຫ່ງຊາດ ກ່ຽວກັບບັນດາໝາກຜົນ ເຊິ່ງ ຫວຽດນາມ ບັນລຸໄດ້ໃນການພັດທະນາເສດຖະກິດ - ສັງຄົມ, ບັນຫາຄວາມສະເໝີພາບລະຫວ່າງຍິງ - ຊາຍ ຢູ່ ຫວຽດນາມ ໄດ້ມີບັນດາບາດກ້າວພັດທະນາຢ່າງແຮງ. ສະພາແຫ່ງຊາດ ຫວຽດນາມ ເສີມຂະຫຍາຍບົດບາດນິຕິບັນຍັດ ແລະ ຕິດຕາມກວດກາ, ພິຈາລະນາປັບປຸງບາງເອກະສານນິຕິກຳໃຫ້ເໝາະສົມ ແນໃສ່ຮັບປະກັນຄວາມສະເໝີພາບລະຫວ່າງຍິງ - ຊາຍ ເພຶ່ອບັນດາຄາດໝາຍພັດທະນາແບບຍືນຍົງ.   

ຕອບກັບ

ຂ່າວ/ບົດ​ອື່ນ