ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບຮອງປະທານສະພາແຫ່ງຊາດ ຮົງກາຣີ

(VOVWORLD) -ໃນຕອນບ່າຍວັນທີ 17 ມັງກອນ, ທີ່ຮ່າໂນ້ຍ, ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ຕ້ອນຮັບ ທ່ານ Yakap Istvan ຮອງປະທານສະພາແຫ່ງຊາດ ຮົງກາຣີ. 
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບຮອງປະທານສະພາແຫ່ງຊາດ ຮົງກາຣີ - ảnh 1

ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ ຫວຽດນາມ ຕີລາຄາສູງ ຮົງກາຣີ ຍາມໃດກໍ່ສະໜັບສະໜູນ ຫວຽດນາມ ເພີ່ມທະວີການພົວພັນກັບສະຫະພາບ ເອີຣົບ (EU); ພ້ອມທັງ ປາຖະໜາຢາກໃຫ້ ຮົງກາຣີ ສືບຕໍ່ສະໜັບສະໜູນ, ຊຸກຍູ້ ເລື່ອງການໃຫ້ສັດຕະຍາບັນຕໍ່ ສັນຍາການຄ້າເສລີ ຫວຽດນາມ - EU (EVFTA), ສ້າງກາລະໂອກາດ ໃນການຮ່ວມມື ລະຫວ່າງ ຫວຽດນາມ ແລະ EU ຕື່ມອີກ, ໃນນັ້ນມີ ຮົງກາຣີ. ຜ່ານນັ້ນ, ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ ເພື່ອໃຫ້ຮົງກາຣີ ສໍາຜັດກັບຕະຫຼາດບັນດາປະເທດ ອາຊຽນ. ທ່ານນາງປະທານສະພາແຫ່ງຊາດ ກໍ່ສະແດງຄວາມປິຕິຊົມຊື່ນ ຕໍ່ການຢ້ຽມຢາມ ຫວຽດນາມ ຂອງຄະນະຜູ້ແທນສະພາແຫ່ງຊາດ ຮົງກາຣີ ໃນຄັ້ງນີ້,  ສອງຝ່າຍໄດ້ຈັດຕັ້ງການພົບປະເຈລະຈາ ຄັ້ງທີ 2 ດ້ວຍຫົວຂໍ້: “ພັດທະນາກະສິກຳແບບຍືນຍົງ ແລະ ຄວາມປອດໄພດ້ານສະບຽງອາຫານ”. ນີ້ຈະແມ່ນກາລະໂອກາດເພື່ອໃຫ້ບັນດາສະມາຊິກລັດຖະສະພາ, ນັກຊ່ຽວຊານທັງສອງປະເທດໄດ້ພົບປະແລກປ່ຽນບົດຮຽນດ້ານນິຕິບັນຍັດ, ຕິດຕາມກວດກາ ບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ ກໍ່ຄືບັນດາບັນຫາແທດຈິງທີ່ກ່ຽວຂ້ອງເຖິງການພັດທະນາ ເສດຖະກິດ - ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນແຕ່ລະປະເທດ.

ສ່ວນທ່ານ Yakap Istvan ຮອງປະທານສະພາແຫ່ງຊາດ ຮົງກາຣີ  ຢັ້ງຢືນວ່າ ຮົງກາຮີ ຍາມໃດກໍ່ສະໜັບສະໜູນສັນຍາ EVFTA ດ້ວຍທຸກໆເງື່ອນໄຂຂອງຕົນນັບຕັ້ງແຕ່ຕົ້ນ ຈົນຮອດເວລາລົງນາມ, ໃຫ້ສັດຕະຍາບັນ. ທ່ານ Yakap Istvan ໃຫ້ຮູ້ວ່າ ຮົງກາຣີ ປາຖະໜາຢາກເພີ່ມທະວີການພົວພັນກັບ ຫວຽດນາມ, ໂດຍສະເພາະໃນຂົງເຂດເສດຖະກິດ, ການຢາ, ກະສິກຳ.

ຕອບກັບ

ຂ່າວ/ບົດ​ອື່ນ