ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບປະທານສະພາແຫ່ງຊາດ ສ.ເກົາຫຼີ ແລະ ປະທານສະພາຕ່ຳ ເບລາຣຸດ

(VOVWORLD) -ວັນທີ 9 ຕຸລາ, ຢູ່ ຕວກກີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະກັບທ່ານ Moon Hee Sang ປະທານສະພາແຫ່ງຊາດ ສ.ເກົາຫຼີ. 

ນະທີ່ນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບ ສືບຕໍ່ມານະພະຍາຍາມຊຸກຍູ້ການຮ່ວມມືຕາມຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງປະເທດ ແລະ ເນື້ອໃນຈິດໃຈຂອງຖະແຫຼງການຮ່ວມຫວຽດນາມ - ສ.ເກົາຫຼີ ປີ 2018, ໃນນັ້ນ ມີເລື່ອງຍົກສູງການຮ່ວມມືດ້ານເສດຖະກິດ - ການຄ້າ ລະຫວ່າງສອງປະເທດ.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຊົມເຊີຍນະໂຍບາຍການຕ່າງປະເທດ ມຸ່ງໄປເຖິງທິດໃຕ້ໃໝ່ຂອງ ສ.ເກົາຫຼີ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການຮ່ວມມືກັບບັນດາປະເທດ ອາຊຽນ ດ້ວຍຈຸດສຸມ ແມ່ນຫວຽດນາມ; ພ້ອມທັງຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ຊຸກຍູ້ການຮ່ວມມືຫຼາຍດ້ານ ລະຫວ່າງ ສ.ເກົາຫຼີ ກັບບັນດາປະເທດ ອາຊຽນ.

ແລະກໍ່ໃນວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍໄດ້ພົບປະກັບທ່ານ Vladimir Andreichenko ປະທານສະພາຕ່ຳ ສ. ເບລາຣຸດ. ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປີດກວ້າງການພົວພັນຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສາມາດບົ່ມຊ້ອນ; ພິເສດແມ່ນສະພາແຫ່ງຊາດແຕ່ລະປະເທດ ຈະມີຄວາມຮັບຜິດຊອບເພີ່ມທະວີການຮ່ວມມື ເພື່ອ ຊຸກຍູ້ບັນດາຂົງເຂດອື່ນ.

ເນື່ອງໃນໂອກາດນີ້, ທ່ານປະທານສະພາຕ່ຳ ສ. ເບລາຣຸດ ໄດ້ຝາກຄຳເຊື້ອເຊີນທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢ້ຽມຢາມ ເບລາຣຸດ ອີກເທື່ອໜຶ່ງ, ພ້ອມທັງສະເໜີ ໃຫ້ຝ່າຍຫວຽດນາມ ຈັດຕັ້ງໃຫ້ວິສາຫະກິດ ຫວຽດນາມ ພ້ອມກັນເຂົ້າຮ່ວມການຢ້ຽມຢາມ. ສອງຝ່າຍ ຈະຈັດເວທີປາໄສ ວິສາຫະກິດຫວຽດນາມ - ເບລາຣຸດ ເພື່ອເພີ່ມທະວີການແລກປ່ຽນດ້ານການຄ້າ, ມຸ່ງໄປເຖິງຄາດໝາຍບັນລຸໄດ້ວົງເງິນການຄ້າສອງສົ້ນ 500 ລ້ານ USD. ສອງຝ່າຍ ຈະລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງ ສອງສະພາແຫ່ງຊາດ ໂດຍມີຂັ້ນຕອນລະອຽດ ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຫັນດີ ກັບບັນດາຂໍ້ສະເໜີຂອງປະທານສະພາຕ່ຳ ເບລາຣຸດ.

ຕອບກັບ

ຂ່າວ/ບົດ​ອື່ນ