ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ​ພົບ​ປະ​​ກັບ​ແບບ​ຢ່າງ​​ດີ​ເດັ່ນກ້າວ​ໜ້າ​ກ່ຽວ​ກັບ​ການປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ

(VOVWORLD) -ຕອນເຊົ້າວັນທີ 6 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມໄດ້ພົບປະກັບແບບຢ່າງດີເດັ່ນກ້າວໜ້າໃນຂະບວນການແຂ່ງຂັນ “ເພື່ອຄວາມສະຫງົບແຫ່ງຊາດ” ແລະ ຂະບວນການ “ທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດ” ຂອງກະຊວງຕຳຫຼວດ.
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ​ພົບ​ປະ​​ກັບ​ແບບ​ຢ່າງ​​ດີ​ເດັ່ນກ້າວ​ໜ້າ​ກ່ຽວ​ກັບ​ການປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ - ảnh 1

ກ່າວຄຳເຫັນທີ່ພິທີ, ທ່ານນາງ ຫງວຽນທິກິມເງິນ ຖືວ່າ: ພະນັກງານ, ນັກຮົບຕຳຫຼວດປະຊາຊົນແຕ່ລະຄົນຕ້ອງຍົກສູງຄຸນທາດຕໍ່ການກະທົບຂອງການຫັນປ່ຽນໂດຍສັນຕິກໍ່ຄືດ້ານກົງກັນຂ້າມຂອງກົນໄກຕະຫຼາດ, ການເຊື່ອມໂຍງເຂົ້າກັບສາກົນ. ທ່ານນາງກ່າວວ່າ:

        ກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງພວມຮຽກຮ້ອງຕ້ອງການ, ໜ້າທີ່ຢ່າງໜັກໜ່ວງທີ່ສຸດ, ຮຽກຮ້ອງໃຫ້ກຳລັງຕຳຫຼວດປະຊາຊົນ, ຕ້ອງປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນຂອງວຽກງານຢ່າງບໍ່ຢຸດຢັ້ງ; ເປັນເຈົ້າການຕໍ່ສູ້, ເຮັດໃຫ້ທຸກກົນອຸບາຍ, ການເຄື່ອນໄຫວຕ້ານ, ທຳລາຍຂອງບັນດາອິດທິກຳລັງເປັນປໍລະປັກຖືກປະລາໄຊ; ກຽມພ້ອມຮັບມືກັບໄພນາບຂູ່ອາດຊະຍາກຳແບບໃໝ່ຢ່າງມີປະສິດທິຜົນ; ຈຳກັດ, ເຮັດໃຫ້ອາດຊະຍາກຳ ແລະ ການລະເມີດກົດໝາຍຕ່າງໆຫຼຸດລົງ, ຍູ້ແຮງຂະບວນການ “ທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດ” ຕິດພັນກັບຂະບວນການແຂ່ງຂັນ, ບັນດາການຂົນຂວາຍອື່ນໃນກຳລັງຕຳຫຼວດປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ