ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ຫງວຽນ​ທິ​ກິມ​ເງິນ ພົບ​ປະ​ທ່ານ​ປະ​ທານ​ ສ​ປ​ປ.ເກົາຫຼີ​ Kim Jong –un

(VOVWORLD) -ທ່ານ Kim Jong –un ໄດ້ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ, ລັດຖະບານ ສປປ.ເກົາຫຼີ ແມ່ນສືບຕໍ່ປັບປຸງ, ພັດທະນາ ແລະ ເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ

ຕອນບ່າຍວັນທີ 1 ມີນາ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະກັບ ທ່ານ Kim Jong –un ປະທານພັກແຮງງານ ສປປ.ເກົາຫຼີ, ປະທານຄະນະກຳມະການປ້ອງກັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນເກົາຫຼີ ເຊິ່ງພວມມີການຢ້ຽມຢາມຫວຽດນາມ. ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາຢາກປັບປຸງ, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອກັບພັກ, ລັດ ແລະ ປະຊາຊົນ ສປປ.ເກົາຫຼີ. ທ່ານນາງ ຫງວຽນທິກິມເງິນ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ, ນຳພາຂອງພັກແຮງງານ ສປປ.ເກົາຫຼີ, ໂດຍທ່ານ Kim Jong –un ນຳໜ້າ ປະຊາຊົນ ສປປ.ເກົາຫຼີ ຈະສືບຕໍ່ປະຕິບັດສຳເລັດແນວທາງຍຸດທະສາດໃໝ່ ສຸມໃສ່ພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະ ອວຍພອນໃຫ້ການປ່ອນບັດເລືອກຕັ້ງ ສະພາປະຊາຊົນສູງສຸດ ສປປ.ເກົາຫຼີ ຊຸດທີ 14 ທີ່ຈະຈັດຂຶ້ນໃນວັນທີ   10 ມີນາ 2019 ນີ້ ປະສົບຜົນສຳເລັດຢ່າງຈົບງາມ ແລະ ສະແດງຄວາມພ້ອມ ທີ່ຈະຊຸກຍູ້ການພົວພັນແລກປ່ຽນ, ຮ່ວມມື ລະຫວ່າງ ສະພາແຫ່ງຊາດຫວຽດນາມ ແລະ ສະພາປະຊາຊົນສູງສຸດ ສປປ.ເກົາຫຼີ ໃນໄລຍະຈະມາເຖິງ.

ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ຫງວຽນ​ທິ​ກິມ​ເງິນ ພົບ​ປະ​ທ່ານ​ປະ​ທານ​ ສ​ປ​ປ.ເກົາຫຼີ​ Kim Jong –un - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານປະທານ ສປປ.ເກົາຫຼີ Kim Jong –un (ພາບ: TTXVN)

ທ່ານນາງ ຫງວຽນທິກິມເງິນ ສະເໜີວ່າ ສະພາແຫ່ງຊາດ ຫວຽດນາມ ແລະ ສະພາປະຊາຊົນສູງສຸດ ສປປ.ເກົາຫຼີ ເພີ່ມທະວີການພົວພັນແລກປ່ຽນ ຮ່ວມມືກັນຜ່ານບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ແບ່ງປັນຂໍ້ມູນຂ່າວສານ ແລະ ປະສົບການໃນການເຄື່ອນໄຫວຂອງສະພາແຫ່ງຊາດ; ແລະ ຖືວ່າ ໃນປີ 2020 - ແມ່ນປີສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສອງຝ່າຍຄວນສົມທົບກັນຈັດຕັ້ງການເຄື່ອນໄຫວຕ່າງໆ ເພື່ອສະເຫຼີມສະຫຼອງ ໃຫ້ແທດຈິງ, ເໝາະສົມກັບກຳລັງຄວາມສາມາດຂອງແຕ່ລະຝ່າຍ ເພື່ອແນໃສ່ເພີ່ມທະວີໄມຕີຈິດມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ, ຊູກຍູ້ການຮ່ວມມືລະຫວ່າງສອງພັກ ແລະ ສອງລັດໃຫ້ດີກວ່າອີກ. ພ້ອມທັງປາດຖະໜາວ່າ ສປປ.ເກົາຫຼີ ແລະ ອາເມລິກາ ຈະສືບຕໍ່ເຈລະຈາກັນ ເພື່ອແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງແຫຼມເກົາຫຼີ ແລະ ປັບປຸງການພົວພັນລະຫວ່າງ ສປປ.ເກົາຫຼີ ແລະ ອາເມລິກາ.

ສ່ວນທ່ານ Kim Jong –un ໄດ້ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ, ລັດຖະບານ ສປປ.ເກົາຫຼີ ແມ່ນສືບຕໍ່ປັບປຸງ, ພັດທະນາ ແລະ ເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ແລະ ເນັ້ນໜັ້ກວ່າ ການຢ້ຽມຢາມຫວຽດນາມຂອງທ່ານໃນຄັ້ງນີ້ ແມ່ນເພື່ອແນໃສ່ນຳການພົວພັນຂຶ້ນສູ່ລະດັບສູງໃໝ່. ນອກຈາກນັ້ນ ທ່ານ Kim Jong –un ກໍໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຕີລາຄາສູງການກະກຽມອັນລອບຄອບຖີ່ຖ້ວນ ແລະ ການຊ່ວຍໜູນອັນຕັ້ງໜ້າຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຄັ້ງທີສອງ./.

ຕອບກັບ

ຂ່າວ/ບົດ​ອື່ນ