ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ທ໋າຍບີ່ງ

(VOVWORLD) - ພິເສດແມ່ນການຫັນປ່ຽນໂຄງປະກອບກະສິກຳເໝາະສົມ, ນຳໃຊ້ເຄື່ອງກົນຈັກ, ເຕັກໂນໂລຊີສູງເຂົ້າໃນການຜະລິດ
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ທ໋າຍບີ່ງ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໄປຖະຫວາຍທູບທຽນຢູ່ວິຫານບູຊາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຂອງແຂວງ 

ຕອນເຊົ້າວັນທີ 17 ພະຈິກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ທ໋າຍບິ່ງ - ເຊິ່ງແມ່ນແຂວງແຄມທະເລ ພາກເໜືອ, ທ໋າຍບີ່ງ ນອນໃນເຂດ 3 ຫຼ່ຽມມີການເຕີບໂຕຢ່າງແຮງ. ພິເສດແມ່ນການຫັນປ່ຽນໂຄງປະກອບກະສິກຳເໝາະສົມ, ນຳໃຊ້ເຄື່ອງກົນຈັກ, ເຕັກໂນໂລຊີສູງເຂົ້າໃນການຜະລິດ. ເລື່ອງປັບປຸງສະພາບແວດລ້ອມແຫ່ງການລົງທຶນແມ່ນມີຄວາມປະທັບໃຈຫຼາຍ. ດັດຊະນີກຳລັງຄວາມສາມາດແກ່ງແຍ້ງຂັ້ນແຂວງເພີ່ມ 6 ຊັ້ນເມື່ອທຽບໃສ່ປີກາຍ. ແຂວງ  ທ໋າຍບິ່ງ ກໍ່ແມ່ນໜຶ່ງ ໃນ 9 ແຂວງມີດັດຊະນີການຄຸ້ມຄອງດ້ານບໍລິຫານຂອງລັດສູງທີ່ກ່ວາໝູ່ໃນທົ່ວປະເທດ.     ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ໄດ້ສະເໜີໃຫ້ແຂວງ ທ໋າຍບິ່ງ ພັດທະນາເສດຖະກິດທະເລ ແບບຍືນຍົງຕາມທິດກໍ່ສ້າງຕົວເມືອງອຸດສາຫະກຳຕາມທິດມຸ່ງໄປເຖິງທະເລ; ຜັນຂະຫຍາຍການສ້າງເສັ້ນທາງຄົມມະນາຄົມແຄມທະເລ; ສືບຕໍ່ສ້າງໂຄງປະກອບການຜະລິດກະສິກຳຄືນໃໝ່…       

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໄປຖະຫວາຍທູບທຽນຢູ່ວິຫານບູຊາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຂອງແຂວງ; ຖະຫວາຍທູບທຽນ ແລະ ປູກຕົ້ນໄມ້ທີ່ລະນຶກຢູ່ຫໍບູຊາລຸງໂຮ່. ຕອນບ່າຍວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມງານບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ຕາແສງ ຖຸ້ຍຈິ່ງ, ເມືອງ ທ໋າຍຖຸ້ຍ, ແຂວງ ທ໋າຍບີ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ