ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມ “ລາຍການ ຕ້ອນຮັບບຸນເຕັດ ຂອງກໍາມະກອນ” ຢູ່ແຂວງບິ່ງເຢືອງ

(VOVWORLD) -ຕອນບ່າຍວັນທີ 26 ມັງກອນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພ້ອມດ້ວຍກໍາມະກອນ ແລະ ຄົນງານ ຈໍານວນ 200 ຄົນ ທີ່ມາຈາກບັນດາໂຮງງານໃນບໍລິເວນແຂວງບິ່ງເຢືອງ ໄດ້ເຂົ້າຮ່ວມ “ລາຍການ ຕ້ອນຮັບບຸນເຕັດ ຂອງກໍາມະກອນ”. 

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມ “ລາຍການ ຕ້ອນຮັບບຸນເຕັດ ຂອງກໍາມະກອນ” ຢູ່ແຂວງບິ່ງເຢືອງ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມອບຂອງຂວັນບຸນເຕັດໃຫ້ກໍາມະກອນ, ຄົນງານທີ່ປະສົບກັບຄວາມຫຍຸ້ງຍາກ (ພາບ:TTXVN)

ນະທີ່ນີ້, ແຈ້ງໃຫ້ບັນດາຜູ້ແທນ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ ຮັບຊາບ ກ່ຽວກັບບັນດາໝາກຜົນທີ່ພົ້ນເດັ່ນ ເຊິ່ງປະເທດບັນລຸໄດ້ໃນປີ 2018. ທ່ານນາງ ຫງວຽນທິກິມເງິນ ຢັ້ງຢືນວ່າ ເລື່ອງເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງກໍາມະກອນ, ຄົນງານ ແມ່ນໜ້າທີ່ ເຊິ່ງຍາມໃດພັກ, ລັດ ກໍເອົາໃຈໃສ່ ເປັນພິເສດ, ໂດຍສະເພາະ ແມ່ນສໍາລັບບຸກຄົນທີ່ເຮັດວຽກຢູ່ເຂດຫ່າງໄກບ້ານເກີດເມືອງນອນ. ເພື່ອປະຕິບັດບັນດາແຜນນະໂຍບາຍນີ້, ໃນຊຸມປີຜ່ານມາ ກໍາມະບານທຸກຂັ້ນ ໄດ້ຈັດຕັ້ງຫຼາຍລາຍການທີ່ມີຄວາມໝາຍ ເພື່ອຊ່ວຍເຫຼືອກໍາມະກອນ, ຄົນງານທີ່ປະສົບກັບຄວາມຫຍຸ້ງຍາກ.

        ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມອບຂອງຂວັນບຸນເຕັດ ໃຫ້ກໍາມະກອນ, ຄົນງານທີ່ປະສົບກັບຄວາມຫຍຸ້ງຍາກ 100 ພູດ, ແຕ່ລະພູດລວມມູນຄ່າ 1,3 ລ້ານດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ