ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມພິທີ ສະເຫຼີມສະຫຼອງ 60 ປີ ແຫ່ງວັນປະທານ ໂຮ່ຈີມິນ ໄປຢ້ຽມຢາມແຂວງບັກນິງ

(VOVWORLD) -ຕອນຄໍ່າວັນທີ 19 ຕຸລາ, ຢູ່ແຂວງບັກນິງ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນ ປະທານໂຮ່ຈີມິນ ລົງໄປຢ້ຽມຢາມແຂວງບັກນິງ ແລະ ຍ້ອງຍໍຊົມເຊີີຍບັນດາແບບຢ່າງດີເດັ່ນ ປະຕິບັດຕາມຄໍາສັ່ງສອນຂອງປະທານ ໂຮ່ຈີມິນ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມພິທີ ສະເຫຼີມສະຫຼອງ 60 ປີ ແຫ່ງວັນປະທານ ໂຮ່ຈີມິນ ໄປຢ້ຽມຢາມແຂວງບັກນິງ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ພິທີ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເນັ້ນໜັກວ່າ:  ດ້ວຍໝາກຜົນທີ່ບັນລຸໄດ້ນັ້ນ, ແຂວງບັກນິງ ຈົ່ງສືບຕໍ່ບືນຕົວຂຶ້ນໃຫ້ເປັນແຂວງຕົວແບບ, ມີກໍາລັງແກ້ງແຍ້ງສູງ,  ລົງທຶນ ດຶງດູດບັນດາແຫຼ່ງກໍາລັງພັດທະນາ ສໍາລັບບັນດາຂະແໜງການທີ່ມີທ່າແຮງ ຕິດພັນກັບລະບົບການຜະລິດສິນຄ້າ, ສຸມໃສ່ດຶງດູດບັນດາຮູບແບບອຸດສາຫະກໍາເຕັກໂນໂລຢີສູງ, ອຸດສາຫະກໍາໜູນຊ່ວຍນໍາ ບັກລິງ ກາຍເປັນສູນເຕັກໂນໂລຢີສູງຂອງພາກເໜືອ. ໃນວິວັດແຫ່ງການເຊື່ອມໂຍງ ແລະພັດທະນານີ້, ບັກນິງ ຕ້ອງເອົາໃຈໃສ່ເປັນພິເສດ, ຮັກສາບັນດາຄຸນຄ່າທີ່ເປັນມູນເຊື້ອປະຫວັດສາດ, ຈຸດເອກະລັກສະເພາະດ້ານວັດທະນະທໍາ, ຮັກສາປະເພດສິລະປະທີ່ເປັນເອກະລັກສະເພາະຂອງແຂວງ ຄືຂັບ ກວານເຮາະ. ພ້ອມກັນນັ້ນ, ປ່ຽນແປງໃໝ່ເນື້ອໃນ, ຮູບແບບການເຄື່ອນໄຫວຂອງ ອໍານາດການປົກຄອງ,ແນວໂຮມປະເທດຊາດຫວຽດນາມ ຕາມທິດໃກ້ຊິດຕິດແທດກັບປະຊາຊົນ, ເບິ່ງແຍງ ແລະ ແກ້ໄຂບັນດາຄວາມຮຽກຮ້ອງຕ້ອງການທີ່ຈໍາເປັນ,ເໝາະສົມຂອງປະຊາຊົນໃຫ້ທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ