ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ເຮັດ​ວຽກ​ກັບ​ການ​ນຳ​ແຂ​ວງ ດັກ​ລັກ

(VOVWORLD) -ວັນທີ 14 ມັງກອນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພ້ອມກັບຄະນະປະຕິບັດງານຂອງ ສະພາແຫ່ງຊາດ ໄດ້ເຮັດວຽກກັບການນຳແຂວງ ດັກລັກ.

ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ເຮັດ​ວຽກ​ກັບ​ການ​ນຳ​ແຂ​ວງ ດັກ​ລັກ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ບັນດາການນຳຫຼັກແຫຼ່ງແຂວງ ດັກລັກ (ພາບ: TTXVN) 

ທ່ານນາງປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ ດັກລັກຕ້ອງມີແຜນການຍົກສູງລາຍຮັບຂອງປະຊາຊົນ, ປົກປັກຮັກສາສິ່ງແວດລ້ອມປ່າໄມ້, ຊຸກຍູ້ການບໍລິການດ້ານທ່ອງທ່ຽວ, ອະນຸລັກຮັກສາສີສັນວັດທະນະທຳ, ເຊື່ອມຕໍ່ກັບບັນດາແຂວງໃນພາກພື້ນ ໄຕງວຽນ. ພ້ອມທັງສ້າງການວາງແຜນຜັງຂອງແຂວງເພື່ອໃຫ້ ບວນມາທວດ ສົມເປັນ ຕົວເມືອງໃຈກາງຂອງເຂດ ໄຕງວຽນ ຕາມທິດ ຂຽວ, ຊີວະພາບ, ອັດສະລິຍະ ແລະ ມີສີສັນສະເພາະ, ລະດົມແຫຼ່ງກຳລັງໃນການສ້າງສາໂຄງປະກອບພື້ນຖານໂຄງລ່າງໃຫ້ດີທີ່ສຸດ, ສຸມໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ປະຕິບັດວຽກງານສະຫວັດດີການສັງຄົມເປັນຢ່າງດີ, ຍູ້ແຮງການປະຕິຮູບການບໍລິຫານ. ທ່ານນາງປະທານສະພາແຫ່ງຊາດ ໄດ້ຕັກເຕືອນວ່າ ທາງແຂວງຕ້ອງເອົາໃຈໃສ່ເບິ່ງແຍງດູແລຢ່າງຄົບຖ້ວນໃຫ້ແກ່ປະຊາຊົນຕ້ອນຮັບບຸນເຕັດ, ພິເສດແມ່ນພໍ່ແມ່ພີ່ນ້ອງເຂດຫ່າງໄກສອກຫຼີກ.

ຕອບກັບ

ຂ່າວ/ບົດ​ອື່ນ