ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພົບປະກັບນາຍົກລັດຖະມົນຕີ ອາກເມນີ

(VOVWORLD) - ຕອນເຊົ້າວັນທີ 06 ກໍລະກົດ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ສາທາລະນະລັດ ອາກເມນີ Nikol Pashinyan ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ.

  ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຢືນຢັນວ່າ: ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນລັດຖະບານ 2 ປະເທດຮ່ວມມືພ້ອມກັນພັດທະນາ. ທ່ານນາຍົກລັດຖະມົນຕີ ອາກເມນີ Nikol Pashinyan ໄດ້ສະແດງຄວາມປະທັບໃຈຕໍ່ບັນດາຜົນງານການພັດທະນາເສດຖະກິດຂອງ ຫວຽດນາມ ກໍ່ຄືອິດທິພົນຊື່ສຽງນັບມື້ນັບສູງຂອງ ຫວຽດນາມ ຢູ່ເວທີສາກົນ, ທ່ານຫວັງວ່າ ຫວຽດນາມ ຈະສືບຕໍ່ສະໜັບສະໜູນ ອາກເມນີ ຢູ່ບັນດາເວທີປາໄສສາກົນ.

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພົບປະກັບນາຍົກລັດຖະມົນຕີ ອາກເມນີ - ảnh 1 ທີ່ການຕ້ອນຮັບ 

        ກ່ຽວກັບການພົວພັນລະຫວ່າງລັດຖະສະພາ 2 ປະເທດ, ທ່ານນາຍົກລັດຖະມົນຕີ ອາກເມນີ ຢືນຢັນວ່າ: ການຢ້ຽມຢາມ ຫວຽດນາມ ໃນຄັ້ງນີ້ຂອງຄະນະຜູ້ແທນຂັ້ນສູງ ອາກເມນີ ກໍ່ແມ່ນໂອກາດເພື່ອເພີ່ມທະວີການພົວພັນລັດຖະສະພາລະຫວ່າງ 2 ປະເທດ. ເລື່ອງສະພາແຫ່ງຊາດ 2 ປະເທດ ເພີ່ມທະວີການພົວພັນຈະຊ່ວຍເປັນປະໂຫຍດໃຫ້ແກ່ທັງ 2 ຝ່າຍ ໂດຍຜ່ານວິວັດການຮ່ວມມື 2 ຝ່າຍກໍ່ຄືຢູ່ບັນດາເວທີປາໄສລັດຖະສະພາສາກົນ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ ສະພາແຫ່ງຊາດ ຫວຽດນາມ ຈະເພີ່ມທະວີການຮ່ວມມືກັບສະພາແຫ່ງຊາດ ອາກເມນີ ຢູ່ບັນດາເວທີປາໄສພາກພື້ນ, ຫລາຍຝ່າຍ ແລະ ຢູ່ສະຫະພັນລັດຖະສະພາໂລກ (IPU), ແລກປ່ຽນທັດສະນະ, ປຶກສາຫາລືກັນກ່ຽວກັບບັນດາບັນຫາ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ເໝາະສົມກັບຜົນປະໂຫຍດຂອງແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ