ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ​ລົງເຮັດ​ວຽກ​​ຢູ່ແຂວງ​ກ່າ​ເມົາ

(VOVWORLD) -ວັນທີ 25 ພະຈິກ, ຢູ່ແຂວງກາເມົາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ  ແລະ ຄະນະປະຕິບັດງານ ໄດ້ໄປສຳຫຼວດ ເຂດຖົມດິນກັນເຈື່ອນ ຢູ່ຕາແສງເດິດມຸຍ, ເມືອງ ງອກຫ໋ຽນ, ແລະ ເຮັດວຽກກັບບໍລິສັດຫຸ້ນສ່ວນປຸງແຕ່ງ ແລະ ບໍລິການສິນໃນນ້ຳກ່າເມົາ, ເຮັດວຽກຢູ່ ກຸ່ມອາຍແກັດ - ໄຟຟ້າ - ປຸ໋ຍ ອາຊົດກ່າເມົາ…
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ​ລົງເຮັດ​ວຽກ​​ຢູ່ແຂວງ​ກ່າ​ເມົາ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ  ເຮັດວຽກຢູ່ ກຸ່ມອາຍແກັດ - ໄຟຟ້າ - ປຸ໋ຍ ອາຊົດກ່າເມົາ

ເມື່ອສຳຫຼວດສະພາບຕາຝັ່ງທະເລເຈື່ອນຢູ່ເຂດຖົມດິນກັນເຈື່ອນ ຢູ່ຕາແສງເດິດມຸຍ, ເມືອງ ງັອກຫ໋ຽນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນຢັ້ງຢືນວ່າ: ພ້ອມກັບການເພີ່ມທະວີການຍົກສູງຄວາມຮັບຮູ້ກ່ຽວກັບການປ້ອງກັນ, ຕ້ານຕາຝັ່ງແມ່ນ້ຳ, ຕາຝັ່ງທະເລກັນເຈື່ອນ, ທາງແຂວງຕ້ອງສົມທົບກັບກະຊວງ, ຂະແໜງການກໍ່ສ້າງຖານຂໍ້ມູນ ທີ່ກ່ຽວຂ້ອງເຖິງການເຊາະເຈື່ອນຂອງຕາຝັ່ງແມ່ນ້ຳ, ຕາຝັ່ງທະເລຂອງແຂວງ, ເພີ່ມທະວີການຄຸ້ມຄອງບັນດາການເຄື່ອນໄຫວຢູ່ແຄມແມ່ນ້ຳ, ແຄມທະເລທີ່ມີຄວາມສ່ຽງເຮັດໃຫ້ຕາຝັ່ງເກີດການເຊາະເຈື່ອນ.

ແລະກໍ່ໃນຕອນເຊົ້າວັນ ດຽວກັນ, ເມື່ອລົງຢ້ຽມຢາມ ແລະ ເຮັດວຽກກັບການນຳກຸ່ມ ອາຍແກັດ - ໄຟຟ້າ - ປຸ໋ຍອາຊົດ ກ່າເມົາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງຕໍ່ກຸ່ມບໍລິສັດນ້ຳມັນອາຍແກັດໄດ້ຜ່ານຜ່າສິ່ງທ້າທາຍ, ເພື່ອຮັກສາການຜະລິດ ແລະ ດຳເນີນທຸລະກິດ.

ເນື່ອງໃນໂອກາດນິ້ີ້, ທ່ານນາງປະທານສະພາແຫ່ງຊາດໄດ້ລົງຢ້ຽມຢາມໂຮງຮຽນອະນຸບານ ເຊີນກາ ແລະ ໂຮງຮຽນປະຖົມ - ມັດທະຍົມຕອນຕົ້ນ ແທັ້ງຮືງ, ເມືອງ ກ໊າຍເນືອກ, ກ່າເມົາ, ລົງຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດຫຸ້ນສ່ວນປຸງແຕ່ງ ແລະ ການບໍລິການສິນໃນນ້ຳກ່າເມົາ.

ແລະກໍ່ໃນວັນທີ 26 ພະຈິກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພ້ອມກັບຄະນະປະຕິບັດງານຂອງສະພາແຫ່ງຊາດໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຊອັກຈັງ.

        ຄະນະປະຕິບັດງານໄດ້ລົງຢ້ຽມຢາມບໍລິສັດປຸງແຕ່ງສິນໃນນ້ຳ ຕ່າຍກິມແອັງ ຢູ່ເຂດອຸດສາຫະກຳ ອານງຽບ, ແຂວງຊອັກຈັງ. ນະທີ່ນີ້, ທ່ານນາງຫງວຽນທິກິມເງິນຢາກໃຫ້ບໍລິສັດສືບຕໍ່ພັດທະນາ, ເປີດກວ້າງການຜະລິດ, ຫັນຜະລິດຕະພັນເປັນຫຼາຍຮູບແບບ, ເປີດກ້ວາງຕະຫຼາດສົ່ງອອກ, ສ້າງວຽກເຮັດງານທຳໃຫ້ຊາວທ້ອງຖິ່ນຕື່ມອີກ.

ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ​ລົງເຮັດ​ວຽກ​​ຢູ່ແຂວງ​ກ່າ​ເມົາ - ảnh 2

ຕອບກັບ

ຂ່າວ/ບົດ​ອື່ນ