ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽ​ນ​ທິ​ກິມ​ເງິນ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ກຳ​ມະທິ​ການ​ການ​ຄ້າ​ສາ​ກົນ, ລັດ​ຖະ​ສະ​ພາ​ເອີ​ລົບ

(VOVWORLD) -ຕອນບ່າຍວັນທີ 30 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນກຳມະທິການການຄ້າສາກົນ, ລັດຖະສະພາ ເອີລົບໂດຍທ່ານ Bernd Lange, ປະທານກຳມະທິການເປັນຫົວໜ້າຄະນະເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽ​ນ​ທິ​ກິມ​ເງິນ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ກຳ​ມະທິ​ການ​ການ​ຄ້າ​ສາ​ກົນ, ລັດ​ຖະ​ສະ​ພາ​ເອີ​ລົບ - ảnh 1ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ  ທ່ານ Bernd Lange ປະທານກຳມະທິການການຄ້າສາກົນ, ລັດຖະສະພາ ເອີລົບ (ພາບ: Quochoi.vn)

ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິກິມເງິນເນັ້ນໜັກເຖິງທັດສະນະຢ່າງສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຊຸກຍູ້ການຂຸດຄົ້ນສິນທະເລຢ່າງມີຄວາມຮັບຜິດຊອບ ແລະ ຍືນຍົງ, ເໝາະສົມກັບກົດໝາຍສາກົນ. ຫວຽດນາມ ໄດ້ ແລະ ພວມສືບຕໍ່ຜັນຂະຫຍາຍຫຼາຍມາດຕະການຄົບຊຸດເພື່ອແກ້ໄຂສະພາບການຂຸດຄົ້ນສິນທະເລຢ່າງຜິດກົດໝາຍ (IUU) ແລະ ກໍ່ສ້າງອາຊີບການປະມົງໃຫ້ຍື່ນຍົງ.  ຫວຽດນາມ ສ້າງສຳເລັດລະບົບກົດໝາຍພາຍໃນປະເທດ  ແລະ ເຂົ້າຮ່ວມບັນດາອາຍຸສັນຍາສາກົນທີ່ກ່ຽວຂ້ອງ, ສ້າງຕັ້ງຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຂຸດຄົ້ນສິນທະເລຢ່າງຜິດກົດໝາຍ (IUU).

        ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດ ກໍ່ສະເໜີໃຫ້ EU ພິຈາລະນາ, ແກ້ໄຂບັດເຫຼືອງ ໃຫ້ແກ່ສິນໃນນຳ້ຊະນິດຕ່າງໆຂອງ ຫວຽດນາມ. ສ່ວນທ່ານ Bernd Lange ຮັບຮູ້ບັນດາຄວາມມານະພະຍາຍາມຂອງ ຫວຽດນາມໃນການປະຕິບັດຄຳໝັ້ນສັນຍາຂຸດຄົ້ນສິນທະເລທີ່ມີຄວາມຮັບຜິດຊອບ ແລະ ຍືນຍົງໃນໄລຍະທີ່ຜ່ານມາ.

        ການຢ້ຽມຢາມຂອງທ່ານ Bernd Lange ແມ່ນກາລະໂອກາດເພື່ອໃຫ້ສອງຝ່າຍພ້ອມກັນປຶກສາຫາລືກ່ຽວກັບບັນດາສົນທິສັນຍາ EVFTA ແລະ EVIPA ທີ່ໄດ້ຮັບການລົງນາມແລ້ວ. ທ່ານ Bernd Lange ເຊື່ອໝັ້ນວ່າ ການ ຮັບຮອງເອົາ ແລະ ຜັນຂະຫຍາຍການປະຕິບັດ 2 ສົນທິສັນຍາດັ່ງກ່າວ ຈະໄດ້ຮັບການຊຸກຍູ້ໂດຍໄວ.

        ການນຳສອງທ່ານໄດ້ເຫັນດີເປັນເອກະພາບວ່າ ຄວນເພີ່ມທະວີ ການແລກປ່ຽນຂ້ໍມູນຂ່າວສານ, ການໂອ້ລົມສົນທະນາ ລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ເອີລົບກ່ວາອີກເພື່ອສ້າງຕັ້ງກຸ່ມທີ່ກ່ຽວຂ້ອງຕິດຕາມກວດກາ ການປະຕິບັດບັນດາສົນທິສັນຍາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ