ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽ​ນ​ທິ​ກິມ​ເງິນ​ຈຸດ​ທູບ​ໄຕ້ທຽນອາ​ໄລ​ຫາ​ບັນ​ດາ​ ​ນັກ​ຮົບ​ວິ​ລະ​ຊົນ​ທີ່​ໄດ້ ​ເສຍສະຫຼະ​ ​ຊີ​ວິດ​ເພື່ອ​ຊາດ ຢູ່ ນະ​ຄອນ ໂຮ່​ຈີ​ມິນ

(VOVWORLD) - ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະຜູ້ແທນໄດ້ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ ພີ່ນ້ອງປະຊາຊົນ, ພະນັກງານ, ນັກຮົບທີ່ໄດ້ຕໍ່ສູ້ຍອມເສຍສະຫຼະ ຊີວິດຢ່າງພິລະອາດຫານເພື່ອພາລະກິດປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽ​ນ​ທິ​ກິມ​ເງິນ​ຈຸດ​ທູບ​ໄຕ້ທຽນອາ​ໄລ​ຫາ​ບັນ​ດາ​ ​ນັກ​ຮົບ​ວິ​ລະ​ຊົນ​ທີ່​ໄດ້ ​ເສຍສະຫຼະ​ ​ຊີ​ວິດ​ເພື່ອ​ຊາດ ຢູ່ ນະ​ຄອນ ໂຮ່​ຈີ​ມິນ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະປະຕິບັດງານ ໄດ້ ຈຸດທູບໄຕ້ທຽນແລະ ຖະຫວາຍດອກໄມ້ ອາໄລຫານັກຮົບວິລະຊົນທີ່ ເສຍສະຫຼະ ຊີວິດເພື່ອຊາດ ຢູ່ ວິຫານ ເບ໊ນເຢືອກ

ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີ ແຫ່ງວັນທະຫານເສຍອົງຄະ - ນັກຮົບ ເສຍສະຫຼະ ຊີວິດເພື່ອຊາດ, ວັນທີ 24 ກໍລະກົດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໄປວາງພວງມາລາ, ຈຸດທູບໄຕທຽນຢູ່ ວິຫານນັກຮົບ ເສຍສະຫຼະ ຊີວິດເພື່ອຊາດ ເບ໊ນເຢືອກ ແລະ ອະນຸສາວະລີເຂດມູນເຊື້ອປະຕິວັດ ໄຊງ່ອນ - ເຈິະເລີ໊ນ - ຢາດິ້ງ, ເມືອງ ກູ໋ຈີ , ນະຄອນ ໂຮ່ຈີມິນ. ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະຜູ້ແທນໄດ້ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ ພີ່ນ້ອງປະຊາຊົນ, ພະນັກງານ, ນັກຮົບທີ່ໄດ້ຕໍ່ສູ້ຍອມເສຍສະຫຼະ ຊີວິດຢ່າງພິລະອາດຫານເພື່ອພາລະກິດປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

        ແລະກໍ່ໃນວັນດຽວກັນ, ຢູ່ເມືອງ ກູ໋ຈີ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ບັນດາ ແມ່ຫວຽດນາມ ວິລະຊົນ ແລະ ທະຫານເສຍອົງຄະ, ທ່ານນາງປະທານສະພາແຫ່ງຊາດ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນໄດ້ຈາລຶກຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດາບັນພະບຸລຸດປະຕິວັດ, ບັນດານັກຮົບວິລະຊົນທີ່ ເສຍສະຫຼະ ຊີວິດເພື່ອຊາດ, ບັນດາທະຫານເສຍອົງຄະ, ບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ຕະຫຼອດໄປ.

ຕອບກັບ

ຂ່າວ/ບົດ​ອື່ນ