ທ່ານນາງ​​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ຄູ​​ ຫວຽດ​ນາມ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ເສດ​ຖະ​ກິດ ແຫ່ງ​ຊາດ

(VOVWORLD) -ວັນທີ 18 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນຄູ ຫວຽດນາມ ວັນທີ 20 ພະຈິກ ຢູ່ມະຫາວິທະຍາໄລເສດຖະກິດ ແຫ່ງຊາດ. 

ທ່ານນາງ​​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ຄູ​​ ຫວຽດ​ນາມ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ເສດ​ຖະ​ກິດ ແຫ່ງ​ຊາດ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນກ່າວຄຳເຫັນທີ່ພິທີ

(ພາບ: daibieunhandan.vn

 ໂດຍອວຍພອນ ແລະ ຍ້ອງຍໍຊົມເຊີຍບັນດາຜົນງານເຊິ່ງອາຈານ, ນັກສຶກສາ, ສຳມະນາກອນຂອງ ໂຮງຮຽນຫຼາຍລຸ້ນຄົນບັນລຸໄດ້ໃນຊຸມປີທີ່ຜ່ານມາ, ທ່ານນາງປະທານສະພາແຫ່ງຊາດ ຢັ້ງຢືນວ່າ: ໃນສະພາບການກໍ່ສ້າງພື້ນຖານເສດຖະກິດພູມປັນຍາ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4 ໃນປັດຈຸບັນ, ບັນດາ ມະຫາວິທະຍາໄລຢູ່ ຫວຽດນາມໃນນັ້ນມີ ມະຫາວິທະຍາໄລ ເສດຖະກິດ ແຫ່ງຊາດ ມີບົດບາດສຳຄັນທີ່ສຸດໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ທ່ານນາງ ຫງວຽນທິກິມເງິນ ສະເໜີວ່າ:

        ໂຮງຮຽນສືບຕໍ່ສຸມໃສ່ຍົກສູງຄຸນນະພາບການບຳລຸງສ້າງ, ປ່ຽນແປງໃໝ່ເນື້ອໃນ, ຫຼັກສູດບຳລຸງສ້າງທີ່ຕິດພັນກັບຄຸນລັກສະນະ, ຈຸດພິເສດຂອງ ພື້ນຖານເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມຢູ່ ຫວຽດນາມ ແລະ ຄວາມຮຽກຮ້ອງຕ້ອງການຂອງບັນດາວິສາຫະກິດ, ມີການອັບເດດ ແລະ ຮັບເອົາຄວາມຮູ້ໂດຍມີການຄັດເລືອກບັນດາເນື້ອໃນການບຳລຸງສ້າງທີ່ກ້າວໜ້າໃນໂລກເພື່ອອາດສ້າງເປັນຫຼັກສູດບຳລຸງສ້າງທີ່ເໝາະສົມ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ. ມີການກໍ່ສ້າງ ແລະ ພັດທະນາ ເພື່ອ ຍົກສູງກຳລັງຄວາມສາມາດ ແລະ ຄຸນສົມບັດຂອງຖັນແຖວຄູອາຈານ, ພະນັກງານຄົ້ນຄ້ວາຢ່າງບໍ່ຢຸດຢັ້ງ, ດຶງດູດຜູ້ທີ່ມີຄວາມເກັ່ງກ້າສາມາດທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມວຽກງານບຳລຸງສ້າງ ແລະ ຄົ້ນຄ້ວາວິທະຍາສາດຂອງໂຮງຮຽນໃຫ້ນັບມື້ນັບຫຼາຍຂຶ້ນ.

ເນື່ອງໃນໂອກາດນີ້ິ້, ໂດຍໄດ້ຮັບການມອບສິດຈາກທ່ານປະທານປະເທດ, ທ່ານ ຟຸ່ງຊວັນຍະ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ມອບຫຼຽນໄຊແຮງງານຊັ້ນ 3 ໃຫ້ແກ່ກຳມະບານມະຫາວິທະຍາໄລເສດຖະກິດແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ