ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ​ຫງວຽນ​ທິ​ກິມ​ເງິນ ໃຫ້​ການ​ຕ້ອນ​ຮັບ ​ຜູ້ບັນ​ຊາ​ການ​ໃຫຍ່​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ມຽນ​ມາ

(VOVWORLD) -ຕອນບ່າຍວັນທີ 19 ທັນວາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານນາຍພົນອະວຸໂສ Min Aung Hlaing, ຜູ້ບັນຊາການໃຫຍ່ບັນດາກຳລັງປະກອບອາວຸດ ມຽນມາ
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ​ຫງວຽນ​ທິ​ກິມ​ເງິນ ໃຫ້​ການ​ຕ້ອນ​ຮັບ ​ຜູ້ບັນ​ຊາ​ການ​ໃຫຍ່​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ມຽນ​ມາ - ảnh 1  ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບທ່ານນາຍພົນອະວຸໂສ Min Aung Hlaing, ຜູ້ບັນຊາການໃຫຍ່ບັນດາກຳລັງປະກອບອາວຸດ ມຽນມາ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຢັ້ງຢືນວ່າ ການນຳຫວຽດນາມຍາມໃດກໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຊົນສອງປະເທດ ຮ່ວມມືນັບມື້ນັບດີກ່ວາອີກ, ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງສອງປະເທດ ອຸດົມສົມບຸນ ແລະ ເລິກເຊິ່ງກ່ວາອີກ. ທ່ານນາງປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ ມຽນມາ ສະໜັບສະໜູນທັດສະນະຂອງ ຫວຽດນາມ ແລະ ທັດສະນະຂອງ ອາຊຽນ ກ່ຽວກັບບັນຫາ ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນຢູ່ ທະເລໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບ ກົດໝາຍວ່າດ້ວຍທະເລ 1982.

        ສ່ວນທ່ານ Min Aung Hlaing ໄດ້ຊີ້ແຈ້ງວ່າ ຈະມານະພະຍາຍາມເພື່ອປະກອບສ່ວນເຂົ້າການເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ