ທ່ານນາງປະທານສະພາແຫ່ງຊາດຕ້ອນຮັບເລຂາທິການໃຫຍ່ສະຫະພັນລັດຖະສະພາສາກົນ

ທ່ານນາງປະທານສະພາແຫ່ງຊາດຕ້ອນຮັບເລຂາທິການໃຫຍ່ສະຫະພັນລັດຖະສະພາສາກົນ - ảnh 1
ທ່ານ​ນາງ ຫງວຽນ​ທິກິມ​ເງິນ ຕ້ອນຮັບ​ເລຂາ​ທິການ​ໃຫຍ່​
ສະ​ຫະ​ພັນລັດຖະສະພາ​ສາກົນ (IPU) ທ່ານ Martin Chungon


        (vovworld) - ວັນ​ທີ 30/9, ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສະມັດຊາ ລັດຖະສະພາ​ລະຫວ່າງ​ຊາດ ອາ​ຊຽນ (AIPA)  37, ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ​ ຫວຽດນາມ ຫງວຽນ​ທິກິມ​ເງິນ ​ໄດ້​ໃຫ້ການ ຕ້ອນຮັບ​ເລຂາ​ທິການ​ໃຫຍ່​ສະ​ຫະ​ພັນລັດຖະສະພາ​ສາກົນ (IPU) ທ່ານ Martin Chungon ນະ​ທີ່​ນີ້,​ ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ທິກິມ​ເງິນ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ທ່ານ​ເລຂາ​ທິການ​ໃຫຍ່​ Martin Chungon ຈະ​ໜູນ​ຊ່ວຍ ສະ​ຫະ​ພັນລັດຖະສະພາ​​ໃຫຍ່​ສຸດ​ຂອງ​ໂລກ ​ແລະ ບັນດາ​ລັດຖະສະພາ​ສະມາຊິກ​ໃຫ້​ບັນລຸ​ໄດ້​ບັນດາ​ຄາດໝາຍກ່ຽວ​ກັບ​ສັນຕິພາບ, ປະຊາທິປະ​ໄຕ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ. ສ່ວນທ່ານ​ເລຂາ​ທິການ​ໃຫຍ່​ Martin Chungon ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໃນ ສະ​ຫະ​ພັນລັດຖະສະພາ​ສາກົນ ດ້ວຍ​ການ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ​ຂອງ IPU; ພິ​ເສດ​ແມ່ນ​ໃນ​ການ​ເປັນ​ປະທານ​ຈັດ​ກອງ​ປະຊຸມ IPU 132, ​ແລະ ຖະ​ແຫຼ​ງການ ຮ່າ​ໂນ້ຍ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ​ຂອງ​ບັນດາ​ລັດຖະສະພາ​ສະມາຊິກ​ໃນ​ການ​ຊຸກຍູ້​ປະ​ເທດ​ຕ່າງໆ​ປະຕິບັດ​ບັນດາ​ຄາດໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ​ພາຍຫຼັງ​ປີ 2015.

 

 

 

 

ຂ່າວ/ບົດ​ອື່ນ