ທ່ານນາງປະທານສະພາແຫ່ງຊາດຕ້ອນຮັບເອກອັກຄະລັດຖະທູດອາເມລິກາແລະການາດາ

(VOVWORLD) -ຕອນເຊົ້າວັນທີ 9 ມັງກອນ, ຢູ່ ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ ທ່ານ Daniel J.Kritenbrink. 
ທ່ານນາງປະທານສະພາແຫ່ງຊາດຕ້ອນຮັບເອກອັກຄະລັດຖະທູດອາເມລິກາແລະການາດາ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ ທ່ານ Daniel J.Kritenbrink.  

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ຢືນຢັນວ່າ:ໃນນະໂຍບາຍການຕ່າງປະເທດ, ຫວຽດນາມ ຍາມໃດກໍ່ຖືການພົວພັນກັບ ອາເມລິກາ ເປັນສຳຄັນ, ປາດຖະຫນາເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືສອງຝ່າຍ, ພາກພື້ນ ແລະ ທົ່ວໂລກເປັນສຳຄັນ. ທ່ານນາງປະທານສະພາແຫ່ງຊາດຖືວ່າ: ການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດຍັງມີຄວາມສາມາດບົ່ມຊ້ອນພັດທະນາຫລາຍຢ່າງ. ຫວຽດນາມ ຈະສືບຕໍ່ຮ່ວມມືກັບ ອາເມລິກາ ໃນບັນດາບັນຫາຄື: ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ, ການກໍ່ການຮ້າຍ, ອາດຊະຍາກຳຂ້າມຊາດ, ແກ້ໄຂບັນດາບັນຫາຄ້ຳປະກັນດ້ານສະບຽງອາຫານ, ພະລັງງານ, ແຫລ່ງນ້ຳ…

ທ່ານນາງປະທານສະພາແຫ່ງຊາດ ປາດຖະຫນາວ່າ: ສະພາແຫ່ງຊາດ ແລະ ລັດຖະບານ ອາເມລິກາ ສະຫນັບສະຫນູນ, ຊຸກຍູ້ການພົວພັນດ້ານການຄ້າລະຫວ່າງຫວຽດນາມ ແລະ ອາເມລິກາ, ຍົກເລິກລາຍການກວດກາປາຫນັງຈາກກະຊວງກະສິກຳ. ທ່ານນາງປະທານສະພາແຫ່ງຊາດ ສະເຫນີ ອາເມລິກາ ສືບຕໍ່ຊ່ວຍຫວຽດນາມ ຍົກສູງກຳລັງຄວາມສາມາດໃຫ້ແກ່ກຳລັງຕຳຫລວດຫວຽດນາມ, ເພີ່ມທະວີການຮ່ວມມືກ່ຽວກັບການຊອກຫາກູ້ໄພກູ້ຊີບ.

ທ່ານເອກອັກຄະລັດຖະທູດ ອາເມລິກາ Daniel J.Kritenbrink ປາດຖະຫນາວ່າ ໃນໄລຍະຈະມາເຖິງ ຈະຮ່ວມມືຢ່າງແຫນ້ນແຟ້ນກັບທ່ານນາງປະທານສະພາແຫ່ງຊາດ, ບັນດາຄະນະກຳມະການ, ຫົວຫນ່ວຍຂອງສະພາແຫ່ງຊາດເພື່ອຍົກສາຍພົວພັນລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃຫມ່ໃນບັນດາຂົງເຂດ.

ທີ່ການຕ້ອນຮັບທ່ານ Ping Kitnikone, ເອກອັກຄະລັດຖະທູດ ການາດາ ປະຈຳຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຖືວ່າ: ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດກ່ວາອີກ, ໃນໄລຍະຈະມາເຖິງ ສອງຝ່າຍຄວນເພີ່ມທະວີກການແລກປ່ຽນຄະນະຜູ້ແທນ, ໃນນັ້ນ ມີຄະນະຜູ້ແທນລັດຖະສະພາ.

ເອກອັກຄະລັດຖະທູດ ການາດາ ຢືນຢັນວ່າ: ການາດາ ມີຄວາມເອົາໃຈໃສ່ເຖິງບັນດາບັນຫາກ່ຽວກັບຄອບຄົວ, ສິດຂອງເດັກ. ການາດາ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບຫວຽດນາມ ໃນຂົງເຂດນີ້ ດ້ວຍບັນດາວິທີສຳຜັດໃຫມ່, ມີຫົວຄິດປະດິດສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ