ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ຢ້ຽມຢາມແລະເຮັດວຽກຢູ່ແຂວງຮືງອຽນ

(VOVWORLD) -ຕອນບ່າຍວັນທີ 06 ມັງກອນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ລົງຢ້ຽມຢາມ ຕາແສງ ຊວນກວານ, ຕາແສງ ເມ້ເສີ, ເມືອງ ວັນຢາງ, ແຂວງຮືງອຽນ.
ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ຢ້ຽມຢາມແລະເຮັດວຽກຢູ່ແຂວງຮືງອຽນ - ảnh 1 (ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຢ້ຽມຢາມແລະເຮັດວຽກຢູ່ແຂວງຮືງອຽນ)

ຢູ່ທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ, ຕາແສງ ຊວນກວານ ຢູ່ໃກ້ກັບໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ບ໊າດຈ່າງ, ການສົມທົບລະຫວ່າງ “ດອກໄມ້ຊວນກວານ, ເຄື່ອງປັ້ນດິນເຜົາ ບ໊າດຈ່າງ” ຈະປະກອບສ່ວນຊຸກຍູ້ 2 ໝູ່ບ້ານອາຊີບພ້ອມກັນຮ່ວມມືເພື່ອພັດທະນາ. ທ່ານນາງປະທານສະພາແຫ່ງຊາດ ສະເໜີໃຫ້ອຳນາດການປົກຄອງທ້ອງຖິ່ນ ສືບຕໍ່ໜູນຊ່ວຍປະຊາຊົນໄດ້ໝູນໃຊ້ເຕັກໂນໂລຊີສູງ, ບົດຮຽນໃນການປູກຝັງຂອງບັນດາປະເທດທີ່ກ້າວໜ້າ, ກໍ່ຄືສົມທົບກັນແກ້ໄຂສົ້ນອອກ ເພື່ອຊ່ວຍຍົກສູງມູນຄ່າຜະລິດຕະພັນ; ພ້ອມກັນນັ້ນທ້ອງຖິ່ນກໍ່ເພີ່ມທະວີການຮ່ວມສຳພັນ, ສ້າງລະບົບການຜະລິດເພື່ອຊ່ວຍຊຸກຍູ້ການພັດທະນາລວມຂອງບັນດາຮູບແບບຜະລິດຢູ່ພາຍໃນ ແລະ ນອກທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ