ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຕິດຕາມກວດກາການເລືອກຕັ້ງຢູ່ແຂວງອານຢາງ

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຕິດຕາມກວດກາການເລືອກຕັ້ງຢູ່ແຂວງອານຢາງ - ảnh 1
ທ່ານ​ນາງປະ​ທານສະ​ພາ​ແຫ່ງ​ຊາດ​ ຫງວຽນ​ທິ​ກີມ​ເງິນຕິດ​ຕາມ​ການ​ເລືອກ​ຕັ້ງ
​ຢູ່​ແຂວງອານ​ຢາງ

 (vovworld)- ​ຕອນ​ເຊົ້າ​ວັນ​ທີ 9/5, ຄະ​ນະ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ໂດຍ​ທ່ານ​ນາງປະ​ທານສະ​ພາ​ແຫ່ງ​ຊາດ​ ຫງວຽນ​ທິ​ກີມ​ເງິນ ເປັນ​ຫົວ​ຫນ້າ​ຄະ​ນະ​ໄດ້​ລົງ​ກວດ​ກາ​ວຽກ​ງານ​ກະ​ກ​ຽມ​ການ​ເລືອກ​ຕັ້ງ​​ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ອາ​ຍຸ​ການ 2016 – 2021 ຢູ່ ແຂວງ ອານ​ຢາງ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິກ​ີມ​ເງິນ ຮັບ​ຮູ້​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າຂອງ​ແຂວງ ອານ​ຢາງ ໃນ​ການ​ຜັນ​ຂະ​ຫຍາຍ​ແຜນ​ການ​ເລືອກ​ຕັ້ງ ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ ສະ​ເຫນີ ຕ້ອງ​ປະ​ຕິ​ບັດ​ການ​ເລືອກ​ຕັ້ງ​ຢ່າງ​ເຂັ້ມ​ງວດ, ຮັບ​ປະ​ກັນ​ຄວາມ​ສະ​ເຫມີ​ພາບ, ປະ​ຊາ​ທິ​ປະ​ໄຕ, ພາ​ວະ​ວິ​ໄສ.       

“ພ​ວກ​ຂ້າ​ພະ​ເຈົ້າ​ຢາກ​ພົບ​ປະ​ກັບ​ປະ​ຊາ​ຊົນ​ຫລາຍກວ່າ​ເພື່ອ​ລາຍ​ງານ​ໂຄງ​ການ​ດຳ​ເນີນ​ງານ ແລະ ມີ​ໂອ​ກາດ​ໄດ້​ພົ​ບ​ປະ, ແລກ​ປ່ຽນ​ກັບ​ປະ​ຊາ​ຊົນ. ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ວ່າ ການ​ເຄື່ອນ​ໄຫວນີ້​ແມ່ນ​ມີ​ຄວາມ​ປະ​ຊາ​ທິ​ປະ​ໄຕ, ຖືກ​ກັບ​ກົດ​ໝາຍ ເຮັດ​ໃຫ້​ຜູ້​ສະ​ໝັກ​ຮັບ​ເລືອ​ກ​ຕັ້ງ​ໃກ້​ຊິດ​ຕິດ​ແທດ​ກັບ​ປະ​ຊາ​ຊົນ​ກວ່າ, ໄດ້​ຮັບ​ຟັງ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຂອງ​ປະ​ຊາ​ຊົນ.”


 

 

 

ຕອບກັບ

ຂ່າວ/ບົດ​ອື່ນ