ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດສະຫະພັນລັດເຊຍ

(VOVWORLD) -ຕອນບ່າຍວັນທີ 17 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານນາງຮອງປະທານສະພາແຫ່ງຊາດສະຫະພັນລັດເຊຍ Epifanova ແລະ ທ່ານນາງຮອງປະທານສະພາສະຫະພັນລັດເຊຍ Karelova ພ້ອມກັບຄະນະຜູ້ແທນສະພາແຫ່ງຊາດສະຫະພັນລັດເຊຍ ເນື່ອງໃນໂອກາດເຂົ້າຮ່ວມ APPF 26 ຢູ່ຮ່າໂນ້ຍ.

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດສະຫະພັນລັດເຊຍ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ

(ພາບປະກອບ)

ທີ່ການຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ເນັ້ນໜັກວ່າ, ຫວຽດນາມ ສະເໝີຕົ້ນສະເໝີປາຍຖືເປັນສຳຄັນ, ໃຫ້ບຸລິມະສິດປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ. ໃນໄລຍະຈະມາເຖິງ, ທ່ານນາງປະທານສະພາແຫ່ງຊາດສະເໜີໃຫ້ 2 ປະເທດສືບຕໍ່ສົມທົບກັນຜັນຂະຫຍາຍປະສິດທິຜົນສັນຍາ, ສູ້ສົນຮັກສາທ່າເຕີບໂຕຕັ້ງໜ້າດັ່ງກ່າວເພື່ອຍົກວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເຖິງ 10 ຕື້ USD ໃນປີ 2020; ສະເໜີໃຫ້ສະພາແຫ່ງຊາດລັດເຊຍ ສະໜັບສະໜູນ ແລະ ໜູນຊ່ວຍດ້ານກົດໝາຍທີ່ຈຳເປັນເພື່ອໃຫ້ 2 ຝ່າຍລົງນາມໃນຂໍ້ຕົກລົງກ່ຽວກັບການຄວບຄຸມຄວາມປອດໄພດ້ານສະບຽງອາຫານ, ສ້າງຄວາມສະດວກໃຫ້ວິສາຫະກິດຫວຽດນາມ ສົ່ງ ບັນດາຜະລິດຕະພັນກະເສດ, ສິນໃນນ້ຳໄປຍັງຕະຫຼາດລັດເຊຍ.

        ເນັ້ນໜັກເຖິງການຮ່ວມມືຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນລະຫວ່າງສະພາແຫ່ງຊາດ 2 ປະເທດ, ທ່ານນາງປະທານສະພາແຫ່ງຊາດສະເໜີໃຫ້ 2 ຝ່າຍຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ; ເພີ່ມທະວີການແລກປ່ຽນບົດຮຽນໃນການສ້າງກົດໝາຍ ແລະ ສົມທົບກັນຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງຮ່ວມມືເຊິ່ງ 2 ປະເທດໄດ້ລົງນາມ…

        ສ່ວນທ່ານນາງຮອງປະທານສະພາແຫ່ງຊາດລັດເຊຍ Epifanova ຖືວ່າ, ເລື່ອງສະພາແຫ່ງຊາດຫວຽດນາມ ຈັດ APPF 26 ໄດ້ເຮັດໃຫ້ເພີ່ມທະວີອິດທິພົນຊື່ສຽງຂອງສະພາແຫ່ງຊາດຫວຽດນາມ ບົນເວທີສາກົນ. ທ່ານນາງ Epifanova ຫວັງວ່າ, ຄະນະຜູ້ແທນສະພາແຫ່ງຊາດລັດເຊຍ ຈະມີບັນດາການປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ