ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງີນຕ້ອນຮັບເອກອັກຄະລັດຖະທູດຊູແອດແລະແດນມາກ

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງີນຕ້ອນຮັບເອກອັກຄະລັດຖະທູດຊູແອດແລະແດນມາກ - ảnh 1
ທ່ານ​ນາງ Camilla Mellander, ເອກ​ອັກ​ຄະ​ລັດ​ຖະ​ທູດ ຊູ​ແອດ ປະ​ຈຳ​ ຫວຽດ​ນາມ ແລະ ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ
(ພາບ: ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)

(vovworld) – ​ທີ່​ການ​ຕ້ອນ​ຮັບ​ທ່ານ​ນາງ Charilotte Laursen, ເອກອ​ັກ​ຄະ​ລັດ​ຖະ​ທູດ ແດນ​ມາກ ປະ​ຈຳ ຫວຽດ​ນາມ ໃນ​ຕອນ​ບ່າຍ​ວັນ​ທີ 14/7, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ຊົມ​ເຊີຍ​ເລື່ອງ​ລັດ​ຖະ​ບານ ແດນ​ມາກ ຖື ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ 10 ປະ​ເທດ​ເພື່ອ​ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ​ເຕີບ​ໂຕ, ພ້ອມ​ທັງ​ໃຫ້​ຮູ້​ວ່າ: ຫວຽດ​ນາມ ໄດ້ ແລະ ພວມ​ຜັນ​ຂະ​ຫຍາຍຫຼາຍ​ນະ​ໂຍ​ບາຍ​ສົ່ງ​ເສີມ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ, ໃນ​ນັ້ນ ມີແດນ​ມາກ, ເຄື່ອນ​ໄຫວ​​ຍາວ​ນານ​ຢູ່ ຫວຽດ​ນາມ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ກໍ່​ຂອບ​ອົກ​ຂອບ​ໃຈ ແດນ​ມາກ ໄດ້​ຮັກ​ສາ​ການ​ສະ​ໜອງ​ທຶນ ODA ໃຫ້​ແກ່ ຫວຽດ​ນາມ ໃນ​ຊຸມ​ປີ​ຜ່ານ​ມາ, ຢັ້ງ​ຢືນ​ແຫຼ່ງ​ທຶນ ODA ນີ້​ຈະ​ໄດ້​ຮັບ​ການ​ນຳ​ໃຊ້​ໃນ​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ​ຂອງ ຫວຽດ​ນາມ, ໃນ​ນັ້ນ​ມີ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ ຫລຸດ​ຜ່ອນ​ຄວາມ​ທ​ຸກ​ຍາກ, ບໍ​ລິ​ຫານ​ແຫ່ງ​ລັດ, ປະ​ຕິ​ຮູບ​​ດ້ານ​ການບໍ​ລິ​ຫານ…

        ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 14/7, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ​ໄດ້ຕ້ອນ​ຮັບ​ທ່ານ​ນາງ Camilla Mellander, ເອກ​ອັກ​ຄະ​ລັດ​ຖະ​ທູດ ຊູ​ແອດ ປະ​ຈຳ​ ຫວຽດ​ນາມ, ເຂົ້າ​ຢ້ຽມ​ອຳ​ລ​າ​ເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດ​ນາມ.  ທ່ານ​ນາງ​ປະ​ທານ​ສ​ະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ຊົມ​ເຊີຍ ຊູ​ແອດ ໄດ້​ຮັບ​​ເລືອກ​ຕັ້ງ​ເປັນ​ກຳ​ມະ​ກ​ານບໍ່​ປະ​ຈຳ​ການ​ຂອງສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ອາ​ຍຸ​ການ 2017 – 2018, ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ ເຊື່ອ​ໝັ້ນ​ວ່າ: ດ້ວຍ​ບົດ​ບາດນີ້, ຊູ​ແອດ​ຈະ​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຊຸກ​ຍູ້​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ, ເຄົາ​ລົບ​ນັບ​ຖື​ກົດ​ໝາຍ​ສາ​ກົນ ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS 1982).


ຂ່າວ/ບົດ​ອື່ນ