ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະກັບປະທານສະມາຄົມມິດຕະພາບອົດສະຕາລີ-ຫວຽດນາມ

(VOVWORLD) -ທີ່ການຕ້ອນຮັບໃນວັນທີ 29 ພະຈິກ, ທ່ານປະທານສະມາຄົມມິດຕະພາບອົດສະຕາລີ - ຫວຽດນາມ Kim Sampson, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະກັບປະທານສະມາຄົມມິດຕະພາບອົດສະຕາລີ-ຫວຽດນາມ - ảnh 1(ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະກັບ

ປະທານສະມາຄົມມິດຕະພາບອົດສະຕາລີ-ຫວຽດນາມ)

ສະພາແຫ່ງຊາດ, ລັດຖະບານຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາອົງການຈັດຕັ້ງມິດຕະພາບ 2 ປະເທດເພີ່ມທະວີການເຄື່ອນໄຫວ, ໃນນັ້ນມີເລື່ອງຊຸກຍູ້ການແລກປ່ຽນການສຶກສາ ແລະ ວັດທະນະທຳ, ຮ່ວມມືໃນຂົງເຂດໜູນຊ່ວຍມະນຸດສະທຳ.

        ປີ 2018, 2 ປະເທດຈະສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ທ່ານນາງປະທານສະພາແຫ່ງຊາດ ສະເໜີໃຫ້ 2 ອົງການຈັດຕັ້ງມິດຕະພາບຂອງ 2 ປະເທດສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງທີ່ມີຄວາມໝາຍໃນຂອບເຂດລາຍການຮ່ວມມືຂອງສະມາຄົມ, ປະກອບສ່ວນເຮັດໃຫ້ປີມິດຕະພາບຫວຽດນາມ - ອົດສະຕາລີ 2018 ມີຄວາມອຸດົມສົນບູນ, ແທດຈິງ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນກວ່າອີກ.

        ສ່ວນທ່ານປະທານສະມາຄົມມິດຕະພາບອົດສະຕາລີ - ຫວຽດນາມ Kim Sampson ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ ຈະພ້ອມກັບສະຖານທູດຫວຽດນາມ ປະຈຳອົດສະຕາລີ ຄົ້ນຄ້ວາກ່ຽວກັບບັນດາສະມາຄົມ, ບັນດາກຸ່ມນັກສຶກສາທີ່ຮ່ຳຮຽນຢູ່ອົດສະຕາລີ ໃນລາຍການ Colombo ເພື່ອຊຸກຍູ້ການພົວພັນແລກປ່ຽນປະຊາຊົນລະຫວ່າງ 2 ປະເທດກວ່າອີກ.

        ແລະກໍ່ໃນຕອນບ່າຍວັນທີ 29 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບຜູ້ຕາງໜ້ານັກສຶກສາອົດສະຕາລີ ທີ່ພວມຮ່ຳຮຽນຕາມລາຍການ Colombo ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ