ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຢ້ຽມຢາມ,ອວຍພອນບຸນເຕັດແຂວງລອງອານ

(VOVWORLD) -ວັນທີ 3 ກຸມພາ, ຢູ່ ແຂວງ ລອງອານ, ຄະນະປະຕິບັດງານ ໂດຍທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ນຳຫນ້າໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດໃຫ້ແກ່ບັນດາຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດ, ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກ, ຜູ້ທຸກຍາກ ເນື່ອງໃນໂອກາດບຸນເຕັດປີຈໍ 2018. 
ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຢ້ຽມຢາມ,ອວຍພອນບຸນເຕັດແຂວງລອງອານ - ảnh 1 ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມມອບຂອງຂວັນບຸນເຕັດ                    ຢູ່ແຂວງລອງອານ

ກ່າວຄຳເຫັນນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ໄດ້ຢືນຢັນ: ພັກ ແລະ ລັດ ຍາມໃດກໍ່ຈົດຈຳການເສຍສະຫລະອັນໃຫຍ່ຫລວງຂອງບັນດາທະຫານເຈັບປ່ວຍ, ທະຫານເສຍອົງຄະ, ຄອບຄົວນັກຮົບເສຍສະຫລະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ; ຍາມໃດກໍ່ມີຄວາມເອົາໃຈໃສ່ເຖິງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ.

ທ່ານນາງປະທານສະພາແຫ່ງຊາດ ສະເຫນີອົງຄະນະພັກ, ອຳນາດການປົກຄອງທຸກຂັ້ນຢູ່ແຂວງ ລອງອານ ສືບຕໍ່ເອົາໃຈໃສ່, ເບິ່ງແຍງບັນດາຄອບຄົວໃນເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກຢູ່ບໍລິເວນເພື່ອໃຫ້ເຂົາເຈົ້າມີຊີວິດອີ່ມໜຳສຳລານ ແລະ ດີງາມກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ