ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຢ້ຽມຢາມແລະເຮັດວຽກຢູ່ແຂວງ ກວ໋າງນາມ

(VOVWORLD) - ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນ ໃສ່ໃຈແຂວງ ກວ໋າງນາມ ຄວນມີແຜນການຍາວໄກ, ລົງທຶນເພື່ອສຳເລັດພື້ນຖານໂຄງລ່າງຄົມມະນາຄົມ, ເຊື່ອມຕໍ່ເສັ້ນທາງໄປມາລະຫວ່າງເຂດທົ່ງພຽງກັບ ເຂດພູດອຍ ແລະ ບັນດາແຂວງ ໄຕງວຽນ, ເຊື່ອມຕໍ່ບັນດາແຂວງພາກໃຕ້ຂອງ ລາວ ແລະ ພາກອີສານຂອງໄທ.

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຢ້ຽມຢາມແລະເຮັດວຽກຢູ່ແຂວງ ກວ໋າງນາມ - ảnh 1ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນ ຢ້ຽມຢາມໂຮງງານຜະລິດ ແລະ ຕິດຕັ້ງລົດໂອໂຕ  Thaco ຈູລາຍ (ພາບ:vietnam+)

ວັນທີ 20 ທັນວາ ໃນການປະຕິບັດງານຢູ່ບັນດາແຂວງພາກກາງຫວຽດນາມ, ທ່ານນາງ ປະທານສະພາແຫ່ງຊາດຫງວຽນທິກີມເງິນ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງ ກວ໋າງນາມ. ທ່ານ ເລຈີແທງ ປະທານຄະນະກຳມະການປະຊາຊົນແຂວງ ກວ໋າງນາມໄດ້ລາຍງານຕໍ່ທ່ານນາງສະພາແຫ່ງຊາດ ແລະ ຄະນະປະຕິບັດງານກ່ຽວກັບບັນດາຄວາມຫຍຸ້ງຍາກຊື່ງ ແຂວງ ປະສົບໃນປີ 2020 ຍ້ອນທຳມະຊາດ ແລະ ໂລກລະບາດກໍ່ຂຶ້ນ. ເຖິງຢ່າງໃດກໍຕາມ ແຂວງ ກວ໋າງນາມ ແມ່ນຫນຶ່ງໃນບັນດາແຂວງປະສົບຜົນສຳເລັດໃນການກໍ່ສ້າງຊົນນະບົດໃຫມ່, ຫລຸດຜ່ອນຄອບຄົວທຸກຍາກ, ບັນລຸຄາດໝາຍວາງອອກ.  ແບ່ງປັນກັບບັນດາຄວາມຫຍຸ້ງຍາກຂອງປະຊາຊົນແຂວງ ກວ໋າງນາມ, ທ່ານນາງປະທານສະພາແຫ່ງຊາດ ຕີລາຄາສູງຕໍ່ເລື່ອງ ການນຳແຂວງ ໄດ້ວາງອອກບັນດາມາດຕະການເພື່ອປະຕິບັດການແກ້ໄຂຜົນຮ້າຍຢ້ອນຫລັງຈາກພາຍຸນ້ຳຖ້ວມ ພິເສດ ແມ່ນພື້ນຖານໂຄງລ່າງ ແລະ ນຳຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ເປັນປົກກະຕິ.

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນ ໃສ່ໃຈແຂວງ ກວ໋າງນາມ ຄວນມີແຜນການຍາວໄກ, ລົງທຶນເພື່ອສຳເລັດພື້ນຖານໂຄງລ່າງຄົມມະນາຄົມ, ເຊື່ອມຕໍ່ເສັ້ນທາງໄປມາລະຫວ່າງເຂດທົ່ງພຽງກັບ ເຂດພູດອຍ ແລະ ບັນດາແຂວງ ໄຕງວຽນ, ເຊື່ອມຕໍ່ບັນດາແຂວງພາກໃຕ້ຂອງ ລາວ ແລະ ພາກອີສານຂອງໄທ.

ຕອບກັບ

ຂ່າວ/ບົດ​ອື່ນ