ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນເຂົ້າຮ່ວມກອງປະຊຸມສຳມະນາຫົວເລື່ອງສະເພາະ“ການຄຸ້ມຄອງຫນີ້ສາທາລະນະ”

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນເຂົ້າຮ່ວມກອງປະຊຸມສຳມະນາຫົວເລື່ອງສະເພາະ“ການຄຸ້ມຄອງຫນີ້ສາທາລະນະ” - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກີມ​ເງິນ​
ກ່າວ​ຄຳ​ເຫັນທີ່ກອງ​ປະ​ຊຸມ

(vovworld)-​​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ​ ສ​ປ​ປ​ ລາວ​ຢ່າງ​ເປັນ​ທາງ​ການ, ຕອ​ນ​ເຊົ້າ​ວັນ​ທີ 27/9, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກີມ​ເງິນ​ ແລະ ທ່ານ​ນາງ ປາ​ນີ ຢາ​ທໍ່​ຕູ້, ປະ​ທ​ານ​ສະ​ພ​າ​ແຫ່ງ​ຊ​າ​ດ​ລາວ ເປັນ​ປະ​ທາ​ນ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ຫົວ​ເລື່ອງ​ສະ​ເພາະ “ການ​ຄຸ້ມ​ຄອງ​ຫນີ້​ສາ​ທາ​ລະ​ນະ”. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິກ​ີມ​ເງິນ ຖື​ວ່າ: ຫນີ້​ສາ​ທາ​ລະ​ນະ ແມ່ນ​ບັນ​ຫາ​ໃຫຍ່​ສຳ​ລັ​ບ​ຫລາຍ​ປະ​ເທດ​ໃນ​ໂລກ, ນັບ​ທັງ​ບັນ​ດາ​ປະ​ເທດ​ພັດ​ທະ​ນາ ແລະ ພວມ​ພັດ​ທະ​ນາ, ໃນ​ນັ້ນ ມີ​ຫວຽດ​ນາມ ແລະ ລາວ. ກອ​ງ​ປະ​ຊຸມ​ສຳ​ມະ​ນານີ້​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ, ຫນ້າ​ທີ່​ຄວາມ​ຮ​ັບ​ຜິດ​ຊອບ​ຂອງ​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ສຳ​ລັບ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ​ໃນ​ກາ​ນ​ຄຸ້ມ​ຄອງ​ເສດ​ຖະ​ກິດ ແລະ ​ສະ​ແດງ​ໃຫ້​ເຫັນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ແລະ ລັດ​ຖະ​ບານ​ສອງ​ປະ​ເທດ​ຫວຽດ​ນາມ ແລະ ລາວ ນັບ​ມື້​ນັບ​ແຫນ້ນ​ແຟ້ນ, ມີ​ປະ​ສິດ​ທິ​ຜົນ​. ທ່ານ​ນາງ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກີມ​ເງິນ ເນັ້ນ​ຫນັກ​ວ່າ:

        “ສຳ​ລັບ​ຫວຽດ​ນາມ, ສະ​ພາບ​ຫນີ້​ສາ​ທາ​ລະ​ນະ​ປະ​ຈຸ​ບັນ ແມ່ນ​ບັນ​ຫາ​ສຳ​ຄັນຍິ່ງ ແລະ ພວມ​ໄດ້​ຮັບ​ການ​ຄວບ​ຄຸມ​ຢ່າງ​​ເຄັ່ງ​ຄັດ. ມີຫລາຍ​ວິ​ທີ​ຄິດ​ໄລ່ ແລະ ຕົວ​ເລກ​ຕ່າງ​ກັນ​ກ່ຽວ  ກ​ັບ​ຫນີ້​ສາ​ທາ​ລະ​ນະ ແຕ່​ສຸດ​ທ້າຍ​ລ້ວນ​ແຕ່​ສະ​ຫລຸບ​ວ່າ ຫນີ້​ສາ​ທາ​ລະ​ນະ​ຂອງ​ຫວຽດ​ນາມ ພວມ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ ແລະ ຖືກ​ຈັດ​ອັນ​ດັບ​ສູງ​ເມື່ອ​ທຽບ​ໃສ່ບັນ​ດາ​ປະ​ເທດໃນ​ພາກ​ພື້ນ. ຜ່ານ​ການ​ພົບ​ປະ​ແລກ​ປ່ຽນ, ການ​ເຮັດ​ວຽກ, ທະ​ນາ​ຄານ​ໂລກ, ກອງ​ທຶນ​ເງິນ​ຕາ​ສາ​ກົນ ແລະ ອົງ​ການ​ການ​ເງິນ​ແຫ່ງ​ຊາດ ແລະ ສາ​ກົນ​ຈຳ​ນວນ​ຫນຶ່ງ​ໄດ້​ຍົກ​ອອກ​ຄຳ​ສະ​ເຫນີ​ແນະ​ຈຳ​ນວນ​ຫນຶ່ງ​ທີ່​ມີຕໍ່​ຫວຽດ​ນາມ​ໃນ​ການ​ຄຸ້ມ​ຄອງ​ຫນີ້​ສາ​ທາ​ລະ​ນະ.”

        ທ່ານນາງປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກີມ​ເງິນ ຖື​ວ່າ: ບົດ​ຮຽນ ແລະ ຂໍ້​ມູນ​ຂ່າວ​ກໍ​ຄື​ບັນ​ດາ​ຄຳ​ເຫັນ​ອັນ​ລ້ຳ​ຄ່າ​ກ່ຽວ​ກັບ​ສະ​ພາບ​ການ ແລະ ວຽກ​ງານ​ຄຸ້ມ​ຄອງ​ຫນີ້​ສາ​ທາ​ລະ​ນະ​ຂອງ​ລາວ ຈະ​ຊ່ວຍ​ຫວຽດ​ນາມ​ໃນ​ໄລ​ຍະ​ພັດ​ທະ​ນາ. ທ່ານ​ນາງ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກີມ​ເງິນ ມີ​ຄວາມ​ເຊື່ອ​ໝັ້​ນ​ວ່າ ທີ່ກອງ​ປະ​ຊຸມ​ສຳ​ມະ​ນານີ້, ບັນ​ດາ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ນັກ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ຂອງ​ລັດ​ຖະ​ບານ ແລະ ບັນ​ດາ​ຜູ້​ຊ່ຽວ​ຊານ​ຂອງ​ຫວຽດ​ນາມ ແລະ​ລາວ ຈະ​ແລກ​ປ່ຽນ ແລະ​ເຮັ​ດ​ແຈ້ງ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ, ພິ​ເສດ ເຮັດ​ແຈ້ງ​ບົດ​ບາດ​ຂອງ​ສ​ະ​ພາ​ແຫ່ງ​ຊາດ​ໃນ​ການ​ຈັດ​ແບ່ງ​ງົບ​ປະ​ມານ, ການ​ສ້າງ​ກົດ​ໝາຍ ແລະ ການ​ຕິດ​ຕາມກວດ​ກາ​ປະ​ຕິ​ບັດ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ນຳ​ໃຊ້​ຫນີ້​ສາ​ທາ​ລະ​ນະ, ຮັບ​ໃຊ້​ກິ​ດ​ຈະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ແຕ່​ລະ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ