ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນເຂົ້າຮ່ວມພີທີມອບໃບຈາລຶກຄຸນງາມຄວາມດີ

(VOVWORLD) -ແຕ່ລະປີ, ວັນທີ 27 ກໍລະກົດ ແມ່ນໂອກາດເພື່ອໃຫ້ຊາວຫວຽດນາມ ແຕ່ລະຄົນມຸ່ງໄປເຖິງບັນດານັກຮົບທີ່ເສຍສະຫຼະຊີວິດ, ສະແດງຄວາມຮູ້ບຸນຄຸນ ແລະ ເຄົາລົບນັບຖືບັນດາທະຫານເສຍອົງຄະວິລະຊົນໃນການຕໍ່ສູ້, ດຸໝັ່ນຂະຫຍັນພຽນ

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນເຂົ້າຮ່ວມພີທີມອບໃບຈາລຶກຄຸນງາມຄວາມດີ - ảnh 1 ພິທີມອບໃບຈາລຶກຄຸນງາມຄວາມດີໃຫ້ແກ່ຜູ້ຕາງໜ້າຍາດຕິພີ່ນ້ອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ

(ພາບ: quochoi.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ), ຕອນເຊົ້າວັນທີ 21 ກໍລະກົດ, ຢູ່ແຂວງ ກວາງນາມ, ໄດ້ຈັດພິທີມອບໃບຈາລຶກຄຸນງາມຄວາມດີໃຫ້ແກ່ຜູ້ຕາງໜ້າຍາດຕິພີ່ນ້ອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ, ຄະນະກຳມະການປະຊາຊົນແຂວງ ກວາງນາມ ຈັດຕັ້ງ. ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ, ແຕ່ລະປີ, ວັນທີ 27 ກໍລະກົດ ແມ່ນໂອກາດເພື່ອໃຫ້ຊາວຫວຽດນາມ ແຕ່ລະຄົນມຸ່ງໄປເຖິງບັນດານັກຮົບທີ່ເສຍສະຫຼະຊີວິດ, ສະແດງຄວາມຮູ້ບຸນຄຸນ ແລະ ເຄົາລົບນັບຖືບັນດາທະຫານເສຍອົງຄະວິລະຊົນໃນການຕໍ່ສູ້, ດຸໝັ່ນຂະຫຍັນພຽນ ມີຫົວຄິດປະດິດສ້າງໃນການດຳລົງຊີວິດປະຈຸບັນ. ທ່ານນາງ ຫງວຽນທິກິມເງິນ, ກ່າວວ່າ.

        “ເພື່ອຕອບບຸນແທນຄຸນ, ເຊີດຊູການເສຍສະຫຼະ, ການອຸທິດສ່ວນອັນໃຫຍ່ຫຼວງຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາແມ່ຫວຽດນາມ ວິລະຊົນ ແລະ ບັນດາຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ເຊື່ອມຊຶມລັກສິນທຳທີ່ວ່າ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງຊາດ, ໃນຕະຫຼອດໄລຍະ 73 ປີຜ່ານມາ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງວຽກງານທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ດ້ວຍເລື່ອງປະກາດໃຊ້ບັນດາແຜນນະໂຍບາຍ, ນະໂຍບາຍ, ຂໍ້ກຳນົດດ້ານກົດໝາຍກ່ຽວກັບບຸລິມະສິດສຳລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.”

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຕ່າງໆ, ບັນດາອົງການຈັດຕັ້ງສັງຄົມ… ສືບຕໍ່ຮ່ວມແຮງຮ່ວມໃຈເບິງແຍງທາງດ້ານວັດຖຸ, ຈິດໃຈສຳລັບຜູ້ມີຄຸນງາມຄວາມດີໃຫ້ເປັນຢ່າງດີກວ່າອີກ, ຖືນັ້ນແມ່ນນ້ຳໃຈ, ຄວາມເປັນກຽດ ແລະ ໜ້າທີ່ຄວາມຮັບຜິດຊອບຕໍ່ບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ພາລະກິດປົດປ່ອຍຊາດ, ໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ