ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນເຂົ້າຮ່ວມພິທີອາໄລຫາຜູ້ນຳກູບາFidelCastro

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນເຂົ້າຮ່ວມພິທີອາໄລຫາຜູ້ນຳກູບາFidelCastro - ảnh 1
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ
ເຂົ້າຮ່ວມພິທີອາໄລຫາຜູ້ນຳ ກູບາ FidelCastro

(vovworld) – ​ເວລາ 19 ​ໂມງ 00 ຂອງວັນ​ທີ 29/11 ຕາມ​ເວລາ​ທ້ອງ​ຖິ່ນຢູ່​ສະໜາ​ມຫລວງ​ປະຕິວັດ, ນະຄອນຫລວງ La Habana ປະ​ເທດ ກູ​ບາ ​ໄດ້​ດຳ​ເນີນ​ພິທີ​ອາ​ໄລ​ຫາ​ຜູ້ນຳ Fidel Castro Ruz. ມີ​ຄະນະ​ການ​ນຳ​ບັນດາ​ປະ​ເທດ, ຕາງໜ້າ​ອົງການ​ຈັດ​ຕັ້ງ​ສາກົນ ​ແລ​ະ ພາກ​ພື້ນປະມານ 60 ຄະນະ, ບຸກຄົນ​ດີ​ເລີດ​​ໃນ​ໂລກ​ຫລາຍ​ຄົນ ​ແລະ ປະຊາຊົນ​ນັບ​ລ້ານ​ຄົນ​ໄດ້​ໄປ​ສະໜາ​ມຫລວງ​ປະຕິວັດ​ເພື່ອ​ເຂົ້າ​ຮ່ວມ​​ພິທີ​ອາ​ໄລຫາ​ຜູ້ນຳ​ຍິ່ງ​ໃຫຍ່​ຂອງ​ປະຊາຊົນ ກູ​ບາ, ​ເປັນ​ເພື່ອນຜູ້​ສະໜິດສະໜົມ​ຂອງຂະ​ບວນການ​ກອມ​ມູນິດ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ອາ​ໄລ​ຫາ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນທິກີ​ມ​ເງິນ ອີກ​ເທື່ອ​ໜຶ່ງ​ໄດ້​ສະ​ແດງ​ຄວາມ​​ໂສ​ກ​ເສົ້າ​ເສຍດາຍ ​ແລະ ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ມາ​ຍັງ​ການ​ນຳ, ປະຊາຊົນ ກູ​ບາ ອ້າຍ​ນ້ອງ ​ແລະ ພິ​ເສດ​ແມ່ນ​ຄອບຄົວ​ຂອງ​ສະຫາຍ​ Fidel Castro Ruz. ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ກ່າວວ່າ:

        “ສະ​ຫາຍ Fidel Castro Ruz ​ເຖິງ​ແກ່​ມໍລະນະ​ກຳ, ພັກ​ກອມມູນິດ ກູ​ບາ, ລັດ ​ແລະ ປຊາ​ຊົນ ກູ​ບາ ອ້າຍ​ນ້ອງ ​ໄດ້​ສູນ​ເສຍ​ຜູ້ນຳ​ປະຫວັດ​ສາດ ​ແລະ ​ເທບ​ນິຍາຍ. ຂະ​ບວນການ​ກອມ​ມູນິດ ​ແລະ ການ​ປະຕິວັດ​ສາກົນ​ໄດ້​ສູນ​ເສຍ​ຜູ້ນຳທີ່​ອົງອາດ​ກ້າ​ຫານ ​ແລະ ​ມີ​ປະສົບ​ການ. ພັກກອມ​ມູນິດ, ລັດ ​ແລະ ປະຊາຊົນ ຫວຽດນາມ ​ໄດ້​ສູນ​ເສຍຜູ້​ທີ່​ເປັນ​ສະ​ຫາຍ, ອ້າຍ​ນ້ອງ​ຮ່ວມ​ກັນສູ້​ຮົບທີ່​ສະໜິດສະໜົມ​ ​ແລະ ​ຮັກ​ແພງ​ທີ່​ສຸດ ”.

        ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ໄດ້​ຝັງ​​ເລິກ​ໃນ​ດວງ​ໃຈ​ຄຳ​ເວົ້າ​ຂອງ​ສະຫາຍ Fidel Castro Ruz ວ່າ:  ​“ເພື່ອ ຫວຽດນາມ, ກູ​ບາ ພ້ອມ​ແລ້ວທີ່​ຈະ​ອຸທິດ​ເລືອດ​ເນື້ອ​ຂອງ​ຕົນ”. ຊາວ ຫວຽດນາມ ຢືນຢັນ​ອີກ​ເທື່ອ​ໜຶ່ງ ນ້ຳ​ໃຈ​ສາມັກຄີ​ຕໍ່ສູ້​ຢຶ​ດໝັ້ນ​ຄວາມສະ​ເໝີ​ຕົ້ນ​ສະ​ເໝີ​ປາຍກັບ​ບັນດາ​ນັກ​ກອມ​ມູນິດ ​ແລະ ປະຊາຊົນ ກູ​ບາ ອ້າຍ​ນ້ອງ.

    ກ່ອນ​ໜ໊ານັ້ນ, ໃນ​ຕອນ​ບ່າຍ​ຂອງວັນ​ດຽວ​ກັນ, ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນໄດ້​ພົບ​ປະ​ກັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ກູ​ບາ Lazo, ແລະ ປະ​ທານ​ສະ​ພາ​ດູ​ມາ​ແຫ່ງ​ຊາດ​ລັດ​ເຊຍ Volodin ເນື່ອງ​ໃນ​ໂອ​ກາດ​ໄປ​ກູ​ບາ​ເຂົ້າ​ຮ່ວມ​ພິ​ທີ​ສົບທ່ານFidel Castro Ruz

       

 

 


ຂ່າວ/ບົດ​ອື່ນ