ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບຄະນະຜູ້ແທນທະຫານເສຍອົງຄະລະດັບໜັກທີ່ດີເດັ່ນທົ່ວປະເທດ ປີ 2019

(VOVWORLD) -ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຂໍຝາກຄໍາຢື້ຢາມຖາມຂ່າວ, ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງເຖິງບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນທົ່ວປະເທດ.
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບຄະນະຜູ້ແທນທະຫານເສຍອົງຄະລະດັບໜັກທີ່ດີເດັ່ນທົ່ວປະເທດ ປີ 2019 - ảnh 1

 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ມອບຂອງຂວັນໃຫ້ແກ່                            ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ (ພາບ: TTXVN)

ກ່າວຄໍາເຫັນທີ່ການຕ້ອນຮັບຄະນະຜູ້ແທນທະຫານເສຍອົງຄະລະດັບໜັກທີ່ດີເດັ່ນໃນທົ່ວປະເທດປີ 2019 ເຊິ່ງຖືກຈັດຂຶ້ນໃນວັນທີ 24 ກໍລະກົດ ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຊີ້ແຈ້ງວ່າ ນະໂຍບາຍບຸລິມະສິດສໍາລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ແລະ ບໍ່ພຽງແຕ່ແມ່ນໜ້າທີ່ຄວາມຮັບຜິດຊອບຂອງພັກ, ລັດ ເທົ່ານັ້ນ ຫາກຍັງແມ່ນຂອງສັງຄົມ, ຂອງປະຊາຊົນທຸກຊັ້ນວັນນະໃນທົ່ວປະເທດອີກດ້ວຍ.  ເນື່ອງໃນໂອກາດນີີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຂໍຝາກຄໍາຢື້ຢາມຖາມຂ່າວ, ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງເຖິງບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິບັດໃນທົ່ວປະເທດ.

        ແລະກໍທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຈົ່ງເອົາໃຈໃສ່ເຖິງວຽກງານເບິ່ງແຍງດູແລທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃຫ້ດີກວ່າເກົ່າ; ໃນນັ້ນ, ເອົາໃຈໃສ່ເປັນພິເສດເຖິງບັນດາທະຫານເສຍອົງຄະລະດັບໜັກ, ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ທີ່ຢູ່ໂດດດ່ຽວ ແລະ ປະສົບກັບຄວາມຫຍຸ້ງຍາກພິເສດ, ຢູ່ເຂດພໍ່ແມ່ປະຊາຊົນເຜ່ົາສ່ວນໜ້ອຍ... ຕ້ອງບຸລິມະສິດແຫຼ່ງກໍາລັງໃນການແກ້ໄຂບັນດາຄວາມຕ້ອງການທີ່ຈໍາເປັນຕໍ່ບຸກຄົນດັ່ງກ່າວ, ຍູ້ແຮງຂະບວນການເຄື່ອນໄຫວເພື່ອສັງຄົມ, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.


ຕອບກັບ

ຂ່າວ/ບົດ​ອື່ນ