ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພົບປະກັບທ່ານນາຍົກລັດຖະມົນຕີ ອີຕາລີ

(VOVWORLD) -ວັນທີ 05 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີອີຕາລີ Giuseppe Conte. ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີີວ່າ ສອງຝ່າຍຄວນສືບຕໍ່ສົມທົບກັນ ເພື່ອແນໃສ່ເຮັດໃຫ້ບັນດາເນື້ອໃນການຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ອີຕາລີ ເລິກເຊິ່ງຂຶ້ນຕື່ມ.
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພົບປະກັບທ່ານນາຍົກລັດຖະມົນຕີ ອີຕາລີ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພົບປະກັບທ່ານນາຍົກລັດຖະມົນຕີ ອີຕາລີ Giuseppe Conte 

        ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີ ທ່ານນາຍົກລັດຖະມົຕີ ແລະ ລັດຖະບານ ອີຕາລີ ຊ່ວຍຊຸກຍູ້ເລື່ອງລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບໂດຍໄວ. ກ່ຽວກັບການຮ່ວມມືລັດຖະສະພາ, ທ່ານນາງ ຫງວຽນທິກິມເງິນ ສະເໜີສະພາແຫ່ງຊາດສອງປະເທດ ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ກໍຄືສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ. ຕີລາຄາສູງຫຼັກໝັ້ນຂອງ ອີຕາລີ ກ່ຽວກັບທະເລຕາເວັນອອກ, ທ່ານນາງປະທານສະພາແຫ່ງຊາດ ກໍສະເໜີ ອີຕາລີ ພ້ອມກັບ ອີຢູ ສືບຕໍ່ສະໜັບສະໜູນການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານບັນດາຫຼັກການຂອງກົດໝາຍສາກົນ.

        ສ່ວນທ່ານນາຍົກລັດຖະມົນຕີ ອີຕາລີ Giuseppe Conte ກໍຢັ້ງຢືນວ່າ ອີຕາລີ ຈະສະໜັບສະໜູນສັນຍາການຄ້າເສລີ ລະຫວ່າງຫວຽດນາມ -  ອີຢູ ພ້ອມທັງເຊື່ອໝັ້ນວ່າ ເລື່ອງລົງນາມ ແລະ ໃຫ້ສັດຕະຍາບັນສັນຍາສະບັບດັ່ງກ່າວ ຈະແມ່ນເຄື່ອງມືທີ່ມີລັກສະນະເປັນແກ່ນສານເພື່ອເພີ່ມທະວີການພົວພັນດ້ານເສດຖະກິດເວົ້າສະເພາະ ແລະ ການພົວພັນລະຫວ່າງສອງປະເທດເວົ້າລວມ. ທ່ານນາຍົກລັດຖະມົນຕີ Giuseppe Conte ກໍເນັ້ນໜັກວ່າ ອີຕາລີ ສະໜັບສະໜູນຫວຽດນາມ ອອກສະໝັກເລືອກຕັ້ງເປັນກໍາມະການບໍ່ປະຈໍາສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. 

ຕອບກັບ

ຂ່າວ/ບົດ​ອື່ນ